
ພິທີຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ດຳເນີນການເຈລະຈາ
ໄປຄຽງຄູ່ກັບການຮ່ວມມື 2 ຝ່າຍ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍຢືນຢັນວ່າ: ຈະສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ; ສົມທົບຫຼັກໝັ້ນໃນບັນຫາທະເລຕາເວັນອອກ; ແລະ ຮ່ວມມືຢ່າງແໜ້ນແຟ້ນໃນການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ພາຍຫລັງພິທີຕ້ອນຮັບ ແລະ ເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ໄດ້ເປັນປະທານຮ່ວມການປະຊຸມຂ່າວ, ປະກາດໝາກຜົນແຫ່ງການເຈລະຈາ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove
ເປັນປະທານຮ່ວມການປະຊຸມຂ່າວ
ທີ່ການປະຊຸມຂ່າວ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢືນຢັນວ່າ: ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ແລະ ສະແດງໃຫ້ເຫັນຄວາມເພິ່ງພໍໃຈຕໍ່ການພັດທະນາສາຍພົວພັນ 2 ປະເທດໃນບັນດາຂົງເຂດຢ່າງເລິກເຊິ່ງກ້ວາງຂວາງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ:
“2 ຝ່າຍຈະພິຈາລະນາຢ່າງເຂັ້ມງວດບັນດາຮົ້ວກີດຂວາງດ້ານການຄ້າ ທີ່ອາດຈະສົ່ງຜົນສະທ້ອນເຖິງບັນດາປະເພດສິນຄ້າສົ່ງອອກຂອງກັນ; ມີນະໂຍບາຍສົ່ງເສີມ, ໜູນຊ່ວຍວິສາຫະກິດລົງທຶນຢູ່ 2 ປະເທດ, ສ້າງບາດກ້າວບຸກທະລຸໃຫ້ການຮ່ວມມືການຄ້າ ແລະ ການລົງທຶນໃນໄລຍະຈະມາເຖິງ. ຫວຽດນາມ ຕີລາຄາສູງ ອົດສະຕາລີ ສືບຕໍ່ສະຫງວນບຸລິມະສິດ ODA ໃຫ້ ຫວຽດນາມ. 2 ຝ່າຍຈະເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີການກະທົບຢ່າງຕັ້ງໜ້າ ແລະ ໂດຍກົງສຳລັບເລື່ອງຮັດແໜ້ນນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນຄື: ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ກິລາ, ທ່ອງທ່ຽວ, ແຮງງານ…”
ສ່ວນທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ໄດ້ສະແດງໃຫ້ເຫັນຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ ຫວຽດນາມ ກົງກັບໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ກ້າວໄປເຖິງເລື່ອງສ້າງການພົວພັນ 2 ຝ່າຍໃຫ້ເລິກເຊິ່ງກ້ວາງຂວາງກ່ວາ ເມື່ອ 2 ປະເທດຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ແລະກໍ່ໃນຕອນເຊົ້າວັນທີ 24 ພຶດສະພາ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove ໄດ້ໄປວາງພວງມາລາຢູ່ສຸສານອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ວາງພວງມາລາ, ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ.
(ແຫຼ່ງຄັດຈາກ VOV)