ຂ່າວສານ

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ເລິກເຊິ່ງກ່ວາອີກ

ຕອນເຊົ້າວັນທີ 24 ພຶດສະພາ, ພິທີຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove ແລະ ພັນລະຍາ ໄດ້ຈັດຕັ້ງຢູ່ທຳນຽບປະທານປະເທດ ຫວຽດນາມ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ໄດ້ດຳເນີນການເຈລະຈາ.

 ພິທີຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove
2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງກ້ວາງຂວາງ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ, ເພື່ອເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນ 2 ປະເທດ, ເປັນຕົ້ນແມ່ນໃນໝູ່ຊາວໜຸ່ມ, ນັກສຶກສາກ່ຽວກັບການພົວພັນ ຫວຽດນາມ - ອົດສະຕາລີ. ກ່ຽວກັບການກຳນົດທິດການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບປັບປຸງຄວາມໄວ້ເນືື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຊື່ອໝັ້ນຍຸດທະສາດກ່ວາອີກ, ແລະ ເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຂອງບັນດາວົງການໃນສັງຄົມ. 2 ຝ່າຍເນັ້ນໜັກວ່າ 2 ຝ່າຍຄວນມານະພະຍາຍາມກ່ວາອີກ ເພື່ອເຮັດໃຫ້ບັນດາຂົງເຂດຮ່ວມມືຕົ້ນຕໍໃຫ້ເລິກເຊິ່ງກ່ວາ ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ, ທຶນຊ່ວຍເຫຼືອພັດທະນາ…ເປັນໄມ້ງັດເປີດກ້ວາງການຮ່ວມມືໄປສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ດຳເນີນການເຈລະຈາ

 ໄປຄຽງຄູ່ກັບການຮ່ວມມື 2 ຝ່າຍ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍຢືນຢັນວ່າ: ຈະສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ; ສົມທົບຫຼັກໝັ້ນໃນບັນຫາທະເລຕາເວັນອອກ; ແລະ ຮ່ວມມືຢ່າງແໜ້ນແຟ້ນໃນການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

        ພາຍຫລັງພິທີຕ້ອນຮັບ ແລະ ເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ໄດ້ເປັນປະທານຮ່ວມການປະຊຸມຂ່າວ, ປະກາດໝາກຜົນແຫ່ງການເຈລະຈາ.


ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove
ເປັນປະທານຮ່ວມການປະຊຸມຂ່າວ

ທີ່ການປະຊຸມຂ່າວ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢືນຢັນວ່າ: ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ແລະ ສະແດງໃຫ້ເຫັນຄວາມເພິ່ງພໍໃຈຕໍ່ການພັດທະນາສາຍພົວພັນ 2 ປະເທດໃນບັນດາຂົງເຂດຢ່າງເລິກເຊິ່ງກ້ວາງຂວາງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ:

        “2 ຝ່າຍຈະພິຈາລະນາຢ່າງເຂັ້ມງວດບັນດາຮົ້ວກີດຂວາງດ້ານການຄ້າ ທີ່ອາດຈະສົ່ງຜົນສະທ້ອນເຖິງບັນດາປະເພດສິນຄ້າສົ່ງອອກຂອງກັນ; ມີນະໂຍບາຍສົ່ງເສີມ, ໜູນຊ່ວຍວິສາຫະກິດລົງທຶນຢູ່ 2 ປະເທດ, ສ້າງບາດກ້າວບຸກທະລຸໃຫ້ການຮ່ວມມືການຄ້າ ແລະ ການລົງທຶນໃນໄລຍະຈະມາເຖິງ. ຫວຽດນາມ ຕີລາຄາສູງ ອົດສະຕາລີ ສືບຕໍ່ສະຫງວນບຸລິມະສິດ ODA ໃຫ້ ຫວຽດນາມ. 2 ຝ່າຍຈະເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີການກະທົບຢ່າງຕັ້ງໜ້າ ແລະ ໂດຍກົງສຳລັບເລື່ອງຮັດແໜ້ນນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນຄື: ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ກິລາ, ທ່ອງທ່ຽວ, ແຮງງານ…

        ສ່ວນທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ໄດ້ສະແດງໃຫ້ເຫັນຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ ຫວຽດນາມ ກົງກັບໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ກ້າວໄປເຖິງເລື່ອງສ້າງການພົວພັນ 2 ຝ່າຍໃຫ້ເລິກເຊິ່ງກ້ວາງຂວາງກ່ວາ ເມື່ອ 2 ປະເທດຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ແລະກໍ່ໃນຕອນເຊົ້າວັນທີ 24 ພຶດສະພາ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove ໄດ້ໄປວາງພວງມາລາຢູ່ສຸສານອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ວາງພວງມາລາ, ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)



top