• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນເລິກເຊິ່ງຍິ່ງໆຂຶ້ນ

      ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສຮ່ວມມືສາກົນ ຂອບອ້ອມ ແລະ ແລວທາງ”, ວັນທີ 10/5, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕອບສຳພາດຕໍ່ສື່ມວນຊົນ ຈີນ. ເມື່ອເຕື້ອງເຖິງແງ່ຫວັງການພົວພັນຮ່ວມມື ຫວຽດນາມ - ຈີນ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ  ແລະ ທ່ານເລຂາທິການໃຫຍ່, ປະເທດປະເທດ ຈີນ ສີຈິ້ນຜິງ
(ພາບປະກອບ)
      ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດຫວຽດນາມ ແລະ ຈີນ ມີພື້ນຖານອັນດີງາມ. ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ແມ່ນເໝາະສົມກັບຜົນປະໂຫຍດພື້ນຖານ, ຍາວນານຂອງ 2 ຊາດ ແລະ ປະຊາຊົນ 2 ປະເທດ, ມີຜົນປະໂຫຍດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະພ້ອມກັບທ່ານເລຂາທິການໃຫຍ່, ປະເທດປະເທດ ຈີນ ສີຈິ້ນຜິງ ແລະ ບັນດາການນຳຂັ້ນສູງອື່ນໆຂອງພັກ, ລັດ ຈີນ ແລກປ່ຽນກ່ຽວກັບທິດທາງ ແລະ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ກ່ຽວກັບເວທີປາໄສຂັ້ນສູງການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ”, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດ, ບັນດາອົງການສາກົນພ້ອມກັນແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມື, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ. ຫວຽດນາມ ສະໜັບສະໜູນ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມເພີ່ມທະວີການຮ່ວມສຳພັນເສດຖະກິດ, ເຊື່ອມຕໍ່ພາກພື້ນ ເພື່ອຜົນປະໂຫຍດລວມຂອງບັນດາປະເທດ, ຫວັງວ່າເວທີປາໄສຈະເປີດກາລະໂອກາດຮ່ວມມື, ເຊື່ອມຕໍ່ເສດຖະກິດລະຫວ່າງບັນດາປະເທດ ແລະ ພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top