• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອີລົບ ຊຸກຍູ້ການແກ້ໄຂສັນຕິພາບກ່ຽວກັບບັນຫາ ທະເລຕາເວັນອອກ ຕາມ UNCLOS

      ຖະແຫຼງການທວງເອົາອະທິປະໄຕປະຫວັດສາດຂອງ ຈີນ ສຳລັບ ທະເລຕາເວັນອອກເກືອບທັງໝົດແມ່ນລະເມີດ UNCLOS.

ເອີລົບ ຊຸກຍູ້ການແກ້ໄຂສັນຕິພາບກ່ຽວກັບບັນຫາ ທະເລຕາເວັນອອກ ຕາມ UNCLOS (ພາບ: vtv.vn) 
      ໜັງສືພິມ (novinky.cz) ຂອງເຊັກໂກ ຫາກໍ່ລົງບົດຂຽນຂອງທ່ານ Alex Svemberg ນັກໜັງສືພິມ, ນັກຊ່ຽວຊານວິເຄາະບັນດາບັນຫາຄວາມໝັ້ນຄົງສາກົນຂອງ ເຊັກໂກ ໄດ້ເຕື້ອງເຖິງການຜັນແປທີ່ເປັນໜ້າສົນໃຈດຶງດູດຄວາມສົນໃຈຂອງຫາງສຽງສາກົນ, ກ່ຽວຂ້ອງເຖິງການ 3 ປະເທດ ອັງກິດ, ຝະລັ່ງ, ເຢຍລະມັນ ຮ່ວມກັນໄດ້ສົ່ງຈົດໝາຍທາງການເຖິງສະຫະປະຊາຊາດ ປະຕິເສດຖະແຫຼງການທວງເອົາອະທິປະໄຕອັນໄຮ້ເຫດຜົນຂອງ ຈີນ ຢູ່ທະເລຕາເວັນອອກ, ໃນນັ້ນເນັ້ນໜັກວ່າ ທັດສະນະຂອງບັນດາປະເທດ ເອີລົບ ແມ່ນແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພຶື້ນຖານກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ໃນບົດຂຽນຖືວ່າ ຖະແຫຼງການທວງເອົາອະທິປະໄຕປະຫວັດສາດຂອງ ຈີນ ສຳລັບ ທະເລຕາເວັນອອກເກືອບທັງໝົດແມ່ນລະເມີດ UNCLOS. ອັງກິດ, ຝະລັ່ງ, ເຢຍລະມັນ ລ້ວນແຕ່ແມ່ນສະມາຊິກຂອງ UNCLOS ແລະ ກ່ອນນີ້ກໍ່ໄດ້ສະແດງຫຼັກໝັ້ນລວມໃນບັນຫາທະເລຕາເວັນອອກໂດຍຜ່ານການຍົກອອກຖະແຫຼງການລວມສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ເຄັ່ງຕຶງຂອງພາກພື້ນໃນປີ 2019. ຕາມທັດສະນະຂອງຫຼາຍປະເທດ ເອີລົບ ແລ້ວ, ບັນດາບັນຫາກ່ຽວຂ້ອງເຖິງ ທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີບົນພື້ນຖານບັນດາຫຼັກການ ແລະ ຂໍ້ກຳນົດຂອງ UNCLOS.
 (ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top