• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ

ກ່ອນນີ້ 77 , ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນໄດ້ອ່ານບົດຖະແຫຼງປະກາດເອກະລາດສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລັດກຳມະກອນຊາວນາແຫ່ງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້.
  ທ່ານປະທານ ໂຮ່ຈີມິນໄດ້ອ່ານບົດຖະແຫຼງປະກາດເອກະລາດສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ພາບ: TTXVN)  

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 77 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໜັງສືພິມໃຫຍ່ຂອງ ຫວຽດນາມ ສະບັບອອກໃນວັນນີ້ ໄດ້ລົງຫຼາຍບົດຂຽນທີ່ຍ້ອງຍໍຊົມເຊີຍຄວາມໝາຍປະຫວັດສາດ ຂອງເຫດການນີ້. ໜັງສືພິມປະຊາຊົນ, ອົງການສູນກາງຂອງພັກກອມມູນິດ ຫວຽດນາມ, ກະບອກສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ: “ຈິດໃຈແຫ່ງວັນເອກະລາດຍາມ ເຍືອງທາງໃຫ້ພວກເຮົາກ້າວເດີນຕະຫຼອດໄປ. ບົດຂຽນໄດ້ຢັ້ງຢືນວ່າ: ໃນຕະຫຼອດໄລຍະ 77 ປີຜ່ານມາ, ເຖິງວ່າ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຕາມລັດຖະດຳລັດ ສະບັບເລກທີ 49 ອອກໃນວັນທີ 12 ຕຸລາ 1945 ຫຼື ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕາມຂໍ້ຕົກລົງຂອງ ສະພາແຫ່ງຊາດຊຸດທີ VI ນັບແຕ່ວັນທີ 2 ກໍລະກົດ 1976 ມາຮອດປັດຈຸບັນ ຄວາມມຸ່ງຫວັງ “ເອກະລາດ - ເສລີພາບ - ສັນຕິສຸກ” ຍັງບໍ່ປ່ຽນແປງ, ນັບມື້ນັບໄດ້ເປີດກວ້າງເນື້ອໃນ, ໄດ້ຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາອີກກ່ຽວກັບເປົ້າໝາຍອັນສູງສົ່ງຂອງການປະຕິວັດ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top