• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽ​ນ​ຢູ່​ລັດ​ເຊຍ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ຫວຽດ​ນາມ

ຕອນບ່າຍວັນທີ 31 ກໍລະກົດ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດານມ ປະຈຳລັດເຊຍ, ປະທານຄະນະກຳມະການອາຊຽນຢູ່ມົດສະກູ (AMC) ໄດ້ເປັນປະທານກອງປະຊຸມ AMC ດ້ວຍການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ 10 ປະເທດອາຊຽນ ປະຈຳ ລັດເຊຍ.

ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດານມ ປະຈຳລັດເຊຍ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ໂງດຶກແມ້ງ ປະທານ AMC 2020 ໄດ້ແບ່ງປັນ, ອັບເດດຂໍ້ມູນຂ່າວສານກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ບັນດາການເຄື່ອນໄຫວຂອງຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ ປີ 2020 ແລະ ສະເໜີບາງມາດຕະການເພີ່ມທະວີການສົມທົບໃນຂອບເຂດ AMC ກັບຄູ່ຮ່ວມມືລັດເຊຍ.

        ທ່ານເອກອັກຄະລັດຖະທູດ 10 ປະເທດອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດານໃນຖານະຕຳແໜ່ງເປັນປະທານອາຊຽນທີ່ມີການເຄື່ອນໄຫວຫຼາຍຢ່າງເພື່ອນຳພາປະຕິບັດໂຄງການດຳເນີນງານ, ພິເສດແມ່ນຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36ທາງອອນລາຍສຳເລັດຜົນໃນສະພາບການທີ່ໂລກລະບາດ Covid – 19 ຍັງຄົງສືບຕໍ່ຜັນແປຢ່າງສັບສົນ.

        ບັນດາເອກອັກຄະລັດຖະທູດລ້ວນແຕ່ໃຫ້ຂໍ້ສັງເກດລວມວ່າ: ໂລກລະບາດ Covid – 19 ແມ່ນໂລກລະບາດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ສຸຂະພາບຂອງປະຊາຊົນ, ຕໍ່ລະບົບສາທາລະນະສຸກ ແລະ ກໍ່ຜົນເສຍຫາຍຢ່າງມະຫາສານທາງດ້ານເສດຖະກິດ, ມີຜົນກະທົບຫຍໍ້ທໍ້ຫຼາຍດ້ານຕໍ່ສັງຄົມໃຫ້ທຸກໆປະເທດຢູ່ໃນໂລກເວົ້າລວມ ແລະ ອາຊຽນເວົ້າສະເພາະ. ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ບັນດາເອກອັກຄະລັດຖະທູດໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອຳນາດການປົກຄອງລັດເຊຍທີ່ສາມາດຄວບຄຸມໂລກລະບາດ Covid – 19 ໄດ້ເປັນຢ່າງດີ, ກໍ່ຄືໜູນຊ່ວຍບັນດາອົງການທູຕານຸທູດຂອງບັນດາປະເທດອາຊຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດນີ້.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top