• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອ້າງທະນົງໃຈ ເມື່ອມີຊາວຫວຽດນາມ ຜູ້ທຳອິດໄດ້ຮັບໜ້າທີ່ ຢູ່ ຄະນະກຳມະການກົດໝາຍສາກົນ ສະຫະປະຊາຊາດ

      ພາຍຫຼັງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍສາກົນ ສປຊ ອາຍຸການ 2017 –2021, ເມື່ອເດືອນມິຖຸນາ 2018, ປະລິນຍາເອກ ຫງວຽນຮົ່ງທາວ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນຮອງປະທານຜູ້ທີ 2 ຂອງຄະນະກຳມະການກົດໝາຍສາກົນ. ນີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ບໍ່ພຽງແຕ່ສຳລັບຕົວທ່ານເຫງວຽນຮົ່ງທາວເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນທີ່ຕັ້ງບົດບາດຂອງຫວຽດນາມ ໃນບັນດາອົງການຈັດຕັ້ງຫຼາຍຝ່າຍທົ່ວໂລກອີກດ້ວຍ.
             ເລື່ອງກາຍເປັນສະມາຊິກ ຄະນະກຳມະການກົດໝາຍສາກົນ (ILC) ແລະ ຮັບໜ້າທີ່ເປັນຮອງປະທານຂອງ ILC ບໍ່ພຽງແຕ່ແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ສຳລັບຕົວທ່ານປະລິນຍາເອກ ຫງວຽນຮົ່ງທາວເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບຫວຽດນາມ ອີກດ້ວຍ. ເພາະວ່າ ILC ແມ່ນໜຶ່ງໃນບັນດາອົງການທີ່ສຳຄັນແຖວໜ້າຂອງ ສະຫະປະຊາຊາດ ໃນຂົງເຂດກົດໝາຍ. ນີ້ແມ່ນການຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງສະມາຊິກ ILC ນັບແຕ່ເມື່ອໄດ້ຮັບການເລືອກຕັ້ງ. ເມື່ອແບ່ງປັນກ່ຽວກັບໜ້າທີ່ຮັບຜິດຊອບທີ່ສຳຄັນດັ່ງກ່າວ, ທ່ານປະລິນຍາເອກ ຫງວຽນຮົ່ງທາວ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຢາກນ້ຳເອົາບັນດາບົດຮຽນຂອງຕົນ, ຂອງປະເທດຊາດ ເພື່ອປະກອບຄຳຄິດຄຳເຫັນເຂົ້າໃນການສ້າງຫຼັກການນິຕິກຳ, ແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ຂອງກົດໝາຍສາກົນ, ກໍຄືສັງລວມຄືນບັນດາບົດຮຽນເກົ່າ ເພື່ອໂຄສະນາເຜີຍແຜ່ບັນດາບົດຮຽນນັ້ນ ໃຫ້ແກ່ບັນດາປະເທດອື່ນໃນຂອບເຂດກົດໝາຍສາກົນ. ນີ້ແມ່ນການປະກອບສ່ວນທີ່ມີລະດັບສາກົນ ທີ່ສົ່ງຜົນສະທ້ອນລວມຕໍ່ທຸກປະເທດ ຫາກບໍ່ແມ່ນສະເພາະປະເທດໃດປະເທດໜຶ່ງ”.

ທ່ານ ປອ. ຫງວຽນຮົ່ງທາວ (ພາບ: ກະຊວງການຕ່າງປະເທດຫວຽດນາມ)
      ໄດ້ເລືອກຕັ້ງເປັນສະມາຊິກຂອງຄະນະກຳມະການດັ່ງກ່າວຈາກບັນດາປະເທດ ແມ່ນອີງໃສ່ພື້ນຖານກຳລັງຄວາມສາມາດທາງດ້ານນິຕິກຳ ແລະ ມີການປະກອບສ່ວນໃດໜຶ່ງໃຫ້ແກ່ການພັດທະນາຂອງກົດໝາຍສາກົນ. ຕາມທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ແລ້ວ, ທ່ານປອ. ຫງວຽນຮົ່ງທາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກກະຊວງການຕ່າງປະເທດ ເພາະວ່າ ທ່ານແມ່ນທະນາຍຄວາມ, ແມ່ນນັກການທູດອາວຸໂສ, ເປັນນັກຊ່ຽວຊານກ່ຽວກັບກົດໝາຍສາກົນ, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍທາງທະເລ, ການຂີດຂັ້ນປັກຫຼັກໝາຍຊາຍແດນ, ເປັນສະມາຊິກຄະນະເຈລະຈາກ່ຽວກັບຊາຍແດນຜືນແຜ່ນດິນ ແລະ ຮຽບຮຽງ - ຜະລິດປື້ມ, ໜັງສືພິມກ່ຽວກັບກົກໝາຍສາກົນຫຼາຍສະບັບ. ແລະ ຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານ ປອ. ຫງວຽນຮົ່ງທາວ ກໍມີບັນດາການປະກອບສ່ວນທີ່ດີເດັ່ນໃນຂົງເຂດເຊິ່ງຕົນຮັບຜິດຊອບ.
        “ພວກເຮົາສະເໜີ ແມ່ນອີງໃສ່ການຕີລາຄາກ່ຽວກັບກຳລັງຄວາມສາມາດ ກ່ຽວກັບປະສົບການ ແລະ ລະດັບຄວາມຮູ້ຂອງທ່ານ ຫງວຽນຮົ່ງທາວ. ທ່ານ ປອ ຫງວຽນຮົ່ງທາວ ແມ່ນຜູ້ທີ່ໄດ້ຮັບການບຳລຸງສ້າງຢູ່ ລັດເຊຍ ແລະ ຝລັ່ງ. ໄດ້ເຂົ້າຮ່ວມຫຼາຍວິວັດການສຶກສາຄົ້ນຄວ້າ ແລະ ສິດສອນໃນຂົງເຂດກົດໝາຍສາກົນຢູ່ຫວຽດນາມ. ທ່ານ ກໍເຮັດວຽກກ່ຽວກັບຂົງເຂດກົດໝາຍມາເປັນເວລາ 40 ປີ ແລະ ເຄີຍຮັບດຳລົງຕຳແໜ່ງທາງການທູດທີ່ສຳຄັນ”.
        ໂດຍກຳແໜ້ນໄດ້ກົດໝາຍສາກົນ, ມີພື້ນຖານຖານວິຊາການສຶກສາທີ່ໝັ້ນແກ່ນ ພ້ອມກັບປະສົບການທີ່ຫຼາກຫຼາຍ, ສະໄໝຍັງເປັນຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ທ່ານແມ່ນຜູ້ທີ່ມີການອຸທິດສ່ວນຍິ່ງໃຫຍ່ໃນການເຈລະຈາກ່ຽວກັບຊາຍແດນຄັ້ງຕ່າງໆ, ປະກອບສ່ວນສ້າງສຳເລັດວິວັດການຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ຈີນ ກໍຄືຊຸກຍູ້ການເຈລະຈາຢູ່ອ່າວພາກເໜືອ, ຊຸກຍູ້ວິວັດການຂີດຂັ້ນປັກຫຼັກໝາຍກັບ ລາວ, ກຳປູເຈຍ, ປະກອບສ່ວນຫຼາຍຂໍ້ລິເລີ່ມຢູ່ບັນດາເວທີປາໄສ, ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ພາຍໃຕ້ການຕີລາຄາຂອງນັກສ້າງກົດໝາຍ ແລະ ຄົ້ນຄວ້າກ່ຽວກັບກົດໝາຍຢ່າງເລິກເຊິ່ງ. ດັ່ງນັ້ນ, ໃນ 2 ປີກວ່າທີ່ຜ່ານມາ, ນັບແຕ່ເມື່ອເປັນສະມາຊິກຂອງ ILC ແລະ ປັດຈຸບັນເປັນຮອງປະທານ ILC, ທ່ານ ປອ. ຫງວຽນຮົ່ງທາວ ຍາມໃດກໍຕັ້ງໜ້າປະກອບສ່ວນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້ ເຊິ່ງ ຄະນະກຳມະການ ILC ພວມຄົ້ນຄວ້າ, ຕັ້ງໜ້າຄົ້ນຄວ້າ ແລະ ຊຸກຍູ້ບັນດາຫົວຂໍ້ທີ່ຕິດພັນກັບສະພາບການຕົວຈິງຂອງຫວຽດນາມ ຄື ອາດຊະຍາກຳເຄືອຂ່າຍອິນເຕີເນັດ; ການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ; ຕ້ານການກໍ່ການຮ້າຍ ແລະ ແກ້ໄຂການຂັດແຍ່ງກັນລະຫວ່າງບັນດາປະເທດ. ຜ່ານນັ້ນ, ຢັ້ງຢືນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ເຄົາລົບກົດໝາຍ ແລະ ຢັ້ງຢືນໃຫ້ເຫັນຄວາມຖືເປັນສຳຄັນບັນດາຫຼັກການເຄົາລົບກົດໝາຍໃນການພົວພັນສາກົນ. ທ່ານ ປອ. ຫງວຽນຮົ່ງທາວ ໃຫ້ຮູ້ວ່າ:
        ສຳລັບບັນດາອົງການນິຕິກຳທັງໝົດ, ການພິພາກສາສາກົນ, ນ້ຳໃຈເຄົາລົບກົດໝາຍ ແມ່ນຍິ່ງກວ່າສິ່ງໃດໝົດ. ໜ້າທີ່ຂອງຄະນະກຳມະການກົດໝາຍສາກົນ ແມ່ນລວບລວມເອກະສານນິຕິກຳ ແລະ ພັດທະນາກົດໝາຍສາກົນ ກໍສວມບົດບາດເຊັ່ນກັນ. ການເຂົ້າຮ່ວມຄະນະກຳມະການດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ພວກເຮົານັບມື້ນັບມີຄວາມກ້າກັ່ນ, ໝັ້ນໃຈ, ມີກຳລັງແຮງ ແລະກໍາລັງຄວາມສາມາດພຽງພໍ ເພື່ອແບກຫາບບັນດາໜ້າທີ່ສຳຄັນ ບໍ່ພຽງແຕ່ຢູ່ລະດັບຊາດເທົ່ານັ້ນ ຫາກຍັງແມ່ນລະດັບສາກົນອີກດ້ວຍ”.
        ຫວຽດນາມ ພວມເຊື່ອມໂຍງຢ່າງຮອບດ້ານ, ບໍ່ພຽງແຕ່ເຊື່ອມໂຍງທາງດ້ານເສດຖະກິດ, ວັດທະນະທຳ - ສັງຄົມ ເທົ່ານັ້ນ ຫາກຍັງເຊື່ອມໂຍງທາງດ້ານກົດໝາຍອີກດ້ວຍ. ເລື່ອງ ທ່ານ ປອ. ຫງວຽນຮົ່ງທາວ, ຊາວຫວຽດນາມຜູ້ທຳອິດ ຕາງໜ້າໃຫ້ປະເທດ ກໍຄື ຕາງໜ້າໃຫ້ກຸ່ມ ອາຊຽນ, ຮັບດຳລົງຕຳແໜ່ງທີ່ສຳຄັນໃນ ILC ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ, ອັນໄດ້ສະແດງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນ ສຳລັບທີ່ຕັ້ງບົດບາດຂອງຫວຽດນາມ. ນີ້ກໍແມ່ນການຮັບຮູ້ເຖິງກຳລັງຄວາມສາມາດຂອງຊາວຫວຽດນາມ ທີ່ປະກອບສ່ວນເຂົ້າໃນວຽກງານລວມຂອງປະຊາຄົມສາກົນ./.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top