• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດສ.ເຊັກໂກຕີລາຄາສູງບັນດາມາດຕະການຂອງລັດຖະບານຫວຽດນາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບສະຖານທູດສ.ເຊັກໂກ ຢ່າງແໜ້ນແຟ້ນ ເພື່ອສືບຕໍ່ໜູນຊ່ວຍແກ້ໄຂບັນດາບັນຫາເກີດຂຶ້ນສຳລັບພົນລະເມືອງເຊັກໂກ ທີ່ຍັງຢູ່ຫວຽດນາມ.

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເຊັກໂກ
ປະຈຳຫວຽດນາມ 
(ພາບ: baoquocte.vn)
      ວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເຊັກໂກ ປະຈຳຫວຽດນາມ Viteslav Grepl, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ຕີລາຄາສູງເລື່ອງສ.ເຊັກໂກ ເຊິ່ງແມ່ນສະມາຊິກຂອງສະຫະພາບເອີລົບ (ອີຢູ) ທີ່ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ອີຢູ (EVIPA) ແລະ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງ ວັນທີ 30 ມີນາ, ສະພາເອີລົບ ໄດ້ຮັບຮອງເອົາສັນຍາ EVFTA ຢ່າງເປັນທາງການ.
        ທ່ານຮອງລັດຖະມົນຕີ ໂຕແອັງຢຸງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບສະຖານທູດສ.ເຊັກໂກ ຢ່າງແໜ້ນແຟ້ນ ເພື່ອສືບຕໍ່ໜູນຊ່ວຍແກ້ໄຂບັນດາບັນຫາເກີດຂຶ້ນສຳລັບພົນລະເມືອງເຊັກໂກ ທີ່ຍັງຢູ່ຫວຽດນາມ.
        ສ່ວນທ່ານເອກອັກຄະລັດຖະທູດສ.ເຊັກໂກ Viteslav Grepl ໄດ້ຂອບໃຈຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກ ຈັດຖ້ຽວບິນ ຂົນສົ່ງພົນລະເມືອງສ.ເຊັກໂກ ແລະ ອີຢູ 300 ຄົນກັບຄືນເມືອປະເທດໃນວັນທີ 25 ມີນາ ຜ່ານມາ; ທ່ານຕີລາຄາສູງຕໍ່ບັນດາມາດຕະການຢ່າງຂ້ຽວຂາດເຊິ່ງລັດຖະບານຜັນຂະຫຍາຍ ເພື່ອແນໃສ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19, ພ້ອມທັງຂອບໃຈບັນດາແພດໝໍຫວຽດນາມ ທີ່ໄດ້ປິ່ນປົວໃຫ້ຊາວສ.ເຊັກໂກ ຄົນໜຶ່ງທີ່ຕິດເຊື້ອໂຄວິດ-19 (ຄົນເຈັບທີ 53) ຫາຍດີເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top