• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​​​ອ່າງ​ເກັບ​ນ້ຳແຕກ​ຢູ່ ຊູ​ດັງ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 60 ຄົນ

ວັນທີ 26 ສິງຫາ ຕາມເວລາທ້ອງຖິ່ນ, ວົງການເຈົ້າຫນ້າທີ່ຂອງ ຊູດັງ ປະກາດວ່າ ອ່າງເກັບນ້ຳ Arbaatt ຢູ່ທາງທິດຕາເວັນອອກ ຊູດັງ ຖືກແຕກ ໃນວັນທີ 25 ສິງຫາ ໄດ້ກໍ່ໃຫ້ເກີດນ້ຳຖ້ວມຢ່າງຮ້າຍແຮງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 60 ຄົນ ແລະນັບຮ້ອຍໆຄົນຍັງຫາຍສາບສູນ.
ເຫດການເກີດຂຶ້ນໃນວັນທີ 25/8 (ພາບ: AFP)

ທ່ານ Omer Issa Tahir ຫົວຫນ້າບໍລິວັດນ້ຳ ລັດ ທະເລແດງ ໃຫ້ຮູ້ວ່າ: ອ່າງເກັບນ້ຳແຕກ ໄດ້ທຳລາຍບັນດາໝູ່ບ້ານໃກ້ກັບ Port Sudan , ເມືອງເອກຂອງລັດນີ້. ປະຈຸບັນທ້ອງຖິ່ນຕ້ອງການການຊ່ວຍເຫລືອຮີບດ່ວນຈາກກຳລັງກູ້ໄພກູ້ຊີບຢູ່ເຂດນີ້ ດ້ວຍການໃຫ້ບຸລິມະສິດແຖວຫນ້າແມ່ນການເຂົ້າເຖິງ ແລະ ຍົກຍ້າຍຜູ້ຖືກຕິດຄ້າງໄປຢູ່ບ່ອນປອດໄພຈາກເຫດນ້ຳຖ້ວມ.

ອ່າງເກັບນ້ຳແຫ່ງນີ້ ຕັ້ງຫ່າງຈາກນະຄອນທ່າກຳປັ່ນ Port Sudan ປະມານ 20 ກິໂລແມັດໄປທາງທິດເຫນືອ ດ້ວຍຄວາມສາມາດເກັບນ້ຳໄດ້ປະມານ 25 ລ້ານແມັດກ້ອນ ແລະ ແມ່ນຫນຶ່ງໃນບັນດາແຫລ່ງສະຫນອງນ້ຳຕົ້ນຕໍຂອງນະຄອນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top