• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ແຜ່ນ​ດິນ​ໄຫວ​ຍີ່​ປຸ່ນ: ມີ ຜູ້​ເສຍ​ຊີ​ວິດ 92 ຄົນ ແລະ ຜູ້​ຫາຍ​ສາບ​ສູນ 242 ຄົນ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ໃຫ້ຄຳໝັ້ນສັນຍາ ຈະລະດົມທຸກແຫຼ່ງກຳລັງ ເພື່ອກູ້ເອົາຊີວິດຂອງປະຊາຊົນ ໂດຍບໍ່ຫົວຊາຕໍ່ເວລາ 72 ຊົ່ວໂມງຄຳທີ່ໄດ້ຜ່ານໄປແລ້ວ.
ຕຳຫຼວດ ພວມຊອກຫາຜູ້ຫາຍສາບສູນໃຕ້ ຊາກຫັກຟັງ (ພາບ: Kyodo/TTXVN)

ວັນທີ 5 ມັງກອນ, ເຈົ້າໜ້າທີ່ ຍີ່ປຸ່ນ ໄດ້ປະກາດວ່າ ໄລ່ຮອດເວລາ 9 ໂມງເຊົ້າວັນທີ 5 ມັງກອນ ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວ ທີ່ເກີດຂຶ້ນໃນວັນທີ 1 ມັງກອນຜ່ານມາ ຢູ່ແຂວງ Ishikawa ຂອງປະເທດນີ້ເພີ່ມຂຶ້ນ 92 ຄົນ, ມີຜູ້ໄດ້ຮັບບາດເຈັບ ກ່ວາ 300 ຄົນ ແລະ ຜູ້ຫາຍສາບສູນ 242 ຄົນ.

ພາຍຫຼັງເຫດແຜ່ນດິນໄຫວເກີດຂຶ້ນເປັນເວລາ 3 ວັນ, ມີໝູ່ບ້ານ 30 ແຫ່ງຍັງບໍ່ທັນເຂົ້າເຖິງໄດ້. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ໃຫ້ຄຳໝັ້ນສັນຍາ ຈະລະດົມທຸກແຫຼ່ງກຳລັງ ເພື່ອກູ້ເອົາຊີວິດຂອງປະຊາຊົນ ໂດຍບໍ່ຫົວຊາຕໍ່ເວລາ 72 ຊົ່ວໂມງຄຳທີ່ໄດ້ຜ່ານໄປແລ້ວ. ຕາມບົດລາຍງານຂອງກະຊວງການສຶກສາ ແລະ ວັດທະນະທຳ ຍີ່ປຸ່ນ ແລ້ວ, ເຫດແຜ່ນດິນໄຫວ ແລະ ຄວາມສັ່ນສະເທືອນໄດ້ກໍ່ຄວາມເສຍຫາຍໃຫ້ແກ່ 276 ໂຮງຮຽນ, 20 ສະຖານທີ່ຮ່ອງຮອຍວັດທະນະທຳທີ່ສຳຄັນໃນເຂດ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top