• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວຢູ່ ມຽນມາ: WHO ຮຽກຮ້ອງການອຸປະຖຳດ່ວນ, ສະພາກາແດງລະດົມຈຳນວນເງິນ 115 ລ້ານ USD ໂດຍດ່ວນ

WHO ແຈ້ງໃຫ້ຊາບວ່າ ເຄື່ອງອຸປະກອນສຸກເສີນ ເພື່ອປິ່ນປົວຜູ້ເຈັບໜັກ, ພ້ອມກັບຕູບງວດທຳອິດໄດ້ສົ່ງໄປເຖິງໂຮງໝໍຢູ່ນະຄອນຫຼວງ Naypyitaw ດ້ວຍຂອບຂະໜາດ 1.000 ຕຽງ.
(ພາບປະກອບ: AFP/TTXVN)

ວັນທີ 30 ມີນາ, ອົງການອະນາໄມໂລກ (WHO) ຕີລາຄາວ່າ ເຫດແຜ່ນດິນໄຫວຢູ່ ມຽນມາ ແມ່ນສະພາວະສຸກເສີນຢູ່ລະດັບສູງສຸດ, ພ້ອມກັນນັ້ນ, ຮຽກຮ້ອງການອຸປະຖຳໂດຍດ່ວນແມ່ນຈຳນວນເງິນ 8 ລ້ານ USD ເພື່ອໜູນຊ່ວຍປະຊາຊົນ ແລະ ສະກັດກັ້ນພະຍາດແຜ່ລະບາດຢູ່ ມຽນມາ ໃນເວລາ 30 ວັນທີ່ຈະມາເຖິງ.

        WHO ແຈ້ງໃຫ້ຊາບວ່າ ເຄື່ອງອຸປະກອນສຸກເສີນ ເພື່ອປິ່ນປົວຜູ້ເຈັບໜັກ, ພ້ອມກັບຕູບງວດທຳອິດໄດ້ສົ່ງໄປເຖິງໂຮງໝໍຢູ່ນະຄອນຫຼວງ Naypyitaw ດ້ວຍຂອບຂະໜາດ 1.000 ຕຽງ. ບັນດາເຄື່ອງອຸປະກອນທີ່ຄ້າຍຄືກັນກໍ່ພວມໄດ້ຂົນສົ່ງໄປໂຮງໝໍຫຼາຍຂະແໜງ Mandalay ທາງທິດເໜືອ.

        ໃນວັນດຽວກັນ, ສະພາກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ໄດ້ປຸກລະດົມຄຳຮຽກຮ້ອງດ່ວນເພື່ອແນໃສ່ລະດົມຈຳນວນເງິນກວ່າ 115 ລ້ານ USD ເພື່ອໜູນຊ່ວຍ 100.000 ຄົນ (20.000 ຄອບຄົວ) ມຽນມາ ຜ່ານບັນດາມາດຕະການກູ້ໄພກູ້ຊີບ ແລະ ໜູນຊ່ວຍການຟື້ນຟູໂດຍໄວພາຍໃນເວລາ 24 ເດືອນຈະມາເຖິງ.

        ມາຮອດປະຈຸບັນ, ເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີ ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ, ໄດ້ເຮັດໃຫ້ກວ່າ 1.700 ຄົນເສຍຊີວິດ, ປະມານ 3.400 ຄົນຮັບບາດເຈັບ ແລະ ມີຜູ້ຫາຍສາບສູນປະມານ 300 ຄົນ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.

Top