• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຈິດ​ໃຈ​ບືນຕົວຂຶ້ນດ້ວຍ​ເອງ​ຂອງພໍ່​ແມ່​ປະ​ຊາ​ຊົນ​​ບັນ​ດາຊົນ​ເຜົ່າ ​ເພື່ອ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ແລະ ໝັ້ນ​ຄົງ

ໃນໄລຍະຈະມາເຖິງ, ຄະນະກຳມະການສຸມໃສ່ສ້າງກົດໝາຍກ່ຽວກັບຂົງເຂດຊົນເຜົ່າ ເພື່ອປັບປຸງບັນດານະໂຍບາຍຊົນເຜົ່າໃຫ້ຮອບດ້ານສົມບູນ.

 

ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີ່ນແທ໋ງເໝີ໋ນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍ ວັນທີ 7 ກຸມພາ ເມື່ອງລົງໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ເຮັດວຽກຢູ່ຄະນະກຳມະການຊົນເຜົ່າ, ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີ່ນແທ໋ງເໝີ໋ນ ສະເໝີວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການສຸມໃສ່ສ້າງກົດໝາຍກ່ຽວກັບຂົງເຂດຊົນເຜົ່າ ເພື່ອປັບປຸງບັນດານະໂຍບາຍຊົນເຜົ່າໃຫ້ຮອບດ້ານສົມບູນ. ຄຽງຄູ່ກັນນັ້ນກໍ່ຮີບເຮັ່ງສ້າງບັນດາລະບຽບການ, ປະກາດໃຊ້ເອກະສານຕາມຂໍ້ກຳນົດໃຫ້ສຳເລັດ ເພື່ອຈັດຕັ້ງປະຕິບັດ, ປ່ອຍເງິນປ່ອຍເງິນໃຫ້ 3 ໂຄງການ ເປົ້າໝາຍແຫ່ງຊາດ, ໂດຍສະເພາະແມ່ນໂຄງການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021-2030. ສະເໜີ ໃນໄລຍະຈະມາເຖິງ, ຄະນະກຳມະການຊົນເຜົ່າສຸມໃສ່ລົບລ້າງຄວາມຫຍຸ້ງຍາກກ່ຽວກັບກົນໄກ, ນະໂຍບາຍ; ເປົ້າໝາຍແມ່ນປະຊາຊົນໄດ້ຮັບຜົນປະໂຫຍດຈາກໂຄງການຢ່າງແທ້ຈິງ, ພ້ອມກັນນັ້ນ ກໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງເຂດ ແລະ ຈິດໃຈບືນຕົວຂຶ້ນດ້ວຍຕົນເອງຂອງພໍ່ແມ່ປະຊາຊົນບັນດາຊົນເຜົ່າ ເພື່ອການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ ຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top