• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ພູມ​ປັນ​ຍາ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ເພື່ອປະ​ເທດ ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ

ໃນລະຫວ່າງວັນທີ 30 – 31 ມີນາ, ເວທີປາໄສ ຊາວ ຫວຽດນາມ ທີ່ມີລະດັບສົ່ງຜົນສະທ້ອນ ປີ 2024 (Vietnam Global Leaders Forum - VGLF 2024) ຖືກຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ຝລັ່ງ. ເວທີປາໄສ ໄດ້ດຶງດູດຜູ້ແທນ ຫວຽດນາມ ແລະ ຄົນຕ່າງປະເທດເຊື້ອຊາດ ຫວຽດນາມ ເກືອບ 100 ຄົນ ທີ່ມາຈາກ 20 ປະເທດໃນໂລກ.
ເວທີປາໄສ ຖືກຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ຝລັ່ງ

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ໄດ້ເນັ້ນໜັກວ່າ ມີຫຼາຍກອບນິຕິກຳ ແລະ ເຄື່ອງມືນະໂຍບາຍສຳຄັນ ໄດ້ຮັບການສ້າງຂຶ້ນ ແລະ ປະຕິບັດເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການພັດທະນາປະເທດຊາດໃນບັນດາຂົງເຂດທີ່ເໝາະສົມກັບແຫຼ່ງກຳລັງຂອງປະຊາຄົມ.          

ໃນສອງວັນດຳເນີນເຫດການ, ບັນດານັກປະຖະກະຖາ ເຊິ່ງເປັນນັກຊ່ຽວຊານ, ນັກວິທະຍາສາດທີ່ດີເດັ່ນໃນຫຼາຍຂົງເຂດໄດ້ພ້ອມກັນແລກປ່ຽນ, ປຶກສາຫາລື, ແບ່ງປັນທັດສະນະໃນການເຊື່ອມຕໍ່ແຫຼ່ງກຳລັງ ເພື່ອແນໃສ່ຍົກລະດັບທີ່ຕັ້ງຂອງ ຫວຽດນາມ ໃນແຜນທີ່ເສດຖະກິດ, ພູມີສາດການເມືອງໂລກ. ທ່ານ ຮ່າເຢືອງມິງ, ຜູ້ອຳນວຍການຄົ້ນຄວ້າ ຂອງສູນຄົ້ນຄວ້າແຫ່ງຊາດ ຝລັ່ງ ແບ່ງປັນວ່າ:                 

“ພວກເຮົາໄດ້ເຫັນປະຈັກຕາຫຼາຍຜົນງານດ້ານເສດຖະກິດຂອງ ຫວຽດນາມ ໃນຮອບເວລາ 30 ປີຜ່ານມາ. ພວກເຮົາໄດ້ມີການຫັນປ່ຽນຈາກປະເທດທຸກຍາກເປັນປະເທດທີ່ມີລາຍຮັບປານກາງ. ແລະ ນີ້ແມ່ນຈຸດເວລາມຸ່ງໄປເຖິງການກາຍເປັນປະເທດວັດທະນາຖາວອນ, ຮັ່ງມີ. ເພື່ອເຮັດໄດ້ສິ່ງນັ້ນ, ພວກເຮົາຕ້ອງສຸມໃສ່ຂົງເຂດພະລັງງານສະອາດ, ພະລັງງານແຮງລົມ, ລົດໄຟຟ້າ, ແບັດເຕີລີໄຟຟ້າ. ນີ້ແມ່ນບັນດາຂົງເຂດທີ່ນອນໃນມາດຕະການພັດທະນາເພື່ອກາຍເປັນປະເທດຮັ່ງມີໃນປີ 2050”.

 

(ແຫຼ່ງຄັດຈາກ VOV)

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ປີ 2025, ຫວຽດນາມ ຢືນອັນດັບທີ 46 ກ່ຽວກັບດັດຊະນີຄວາມຜາສຸກທົ່ວໂລກ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.

Top