• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ຫາກໍປະກາດຄຳສັ່ງຂອງຄະນະເລຂາກ່ຽວກັບວຽກງານການທູດເສດຖະກິດຮັບໃຊ້ການພັດທະນາປະເທດຊາດຮອດປີ 2030.

ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ຫາກໍປະກາດຄຳສັ່ງຂອງຄະນະເລຂາກ່ຽວກັບວຽກງານການທູດເສດຖະກິດຮັບໃຊ້ການພັດທະນາປະເທດຊາດຮອດປີ 2030.

   

ທ່ານຫວໍວັນເຖືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ

ຄຳສັ່ງສະບັບດັ່ງກ່າວເນັ້ນໜັກວ່າ ວຽກງານການທູດເສດຖະກິດແມ່ນໜ້າທີ່ພື້ນຖານ, ເປັນໃຈກາງຂອງພື້ນຖານການຕ່າງປະເທດ ຫວຽດນາມ, ສ້າງກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງ; ສືບຕໍ່ເປີດກວ້າງ, ເຮັດໃຫ້ສາຍພົວພັນເລິກເຊິ່ງກວ່າອີກ, ສ້າງທ່າປະສົມປະສານຜົນປະໂຫຍດເສດຖະກິດກັບບັນດາຄູ່ຮ່ວມມື; ຍົກສູງຄຸນນະພາບ, ປະສິດທິຜົນການເຊື່ອມໂຍງເສດຖະກິດສາກົນ; ສືບຕໍ່ຫັນ ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນຄູ່ຮ່ວມມື, ຫຼີກລ້ຽງການເອື່ອຍອີງໃສ່ຕະຫຼາດ ຫຼື ຄູ່ຮ່ວມມືໃດໜຶ່ງ.

    ໃນຄຳສັ່ງສະບັບນີ້, ຄະນະເລຂາສູນກາງພັກ ຮຽກຮ້ອງໃຫ້ເພີ່ມທະວີການຕິດຕາມສະພາບການ, ຍົກສູງກຳລັງຄວາມສາມາດຄາດຄະເນ, ເປັນເສນາທິການຍຸດທະສາດກ່ຽວກັບເສດຖະກິດສາກົນ, ຍູ້ແຮງວຽກງານບໍາລຸງກໍ່ສ້າງຍົກສູງຄຸນນະທາດການເມືອງ, ກຳລັງຄວາມສາມາດ, ລະດັບຄວາມຮູ້ໃຫ້ແກ່ຖັນແຖວພະນັກງານເຮັດວຽກງານການຕ່າງປະເທດ ແລະ ການທູດເສດຖະກິດ; ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງລັດ ສຳລັບບັນດາການເຄື່ອນໄຫວການທູດເສດຖະກິດ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Mikhail Mishustin

ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງໄວໜຸ່ມສອງປະເທດເພື່ອແນໃສ່ເພີ່ມທະວີຄວາມຮູ້.

Top