• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ກຳ​ລັງ​ໜຸ່ມ, ຫົວ​ຄິດ​ປະ​ດິດ​ສ້າງ, ການ​ອຸ​ທິດ​ສ່ວນ​ຂອງ​ຊາວ​ໜຸ່ມ ຫວຽດ​ນາມ

ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄວນຜັນຂະຫຍາຍການເຄື່ອນໄຫວ ບໍ່ພຽງແຕ່ເບິ່ງແຍງດູແລຊາວໜຸ່ມໃຫ້ເປັນຢ່າງດີເທົ່ານັ້ນ ຫາກຍັງເສີມຂະຫຍາຍກຳລັງໜຸ່ມ, ການອຸທິດສ່ວນຂອງຊາວໜຸ່ມຫວຽດນາມ ອີກດ້ວຍ.

ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄວນຜັນຂະຫຍາຍການເຄື່ອນໄຫວ ບໍ່ພຽງແຕ່ເບິ່ງແຍງດູແລຊາວໜຸ່ມໃຫ້ເປັນຢ່າງດີເທົ່ານັ້ນ ຫາກຍັງເສີມຂະຫຍາຍກຳລັງໜຸ່ມ, ການອຸທິດສ່ວນຂອງຊາວໜຸ່ມຫວຽດນາມ ອີກດ້ວຍ.

    

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: tuoitrethudo.com.vn)

ນີ້ແມ່ນຄຳກ່າວປາໄສຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢູ່ກອງປະຊຸມຄົບຄະນະຂອງ ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄັ້ງທີ 1 ພາຍຫຼັງໄດ້ປັບປຸງບູລະນະການຈັດຕັ້ງ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 24 ມີນາ, ຢູ່ສຳນັກງານລັດຖະບານ.

ເມື່ອເນັ້ນໜັກເຖິງຄວາມເອົາໃຈໃສ່ຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ຕໍ່ຊາວໜຸ່ມຫວຽດນາມ ແລະວຽກງານຊາວໜຸ່ມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ສະເໜີໃຫ້ກະຊວງ, ຂະແໜງການທີ່ກ່ຽວຂ້ອງຄວນສົມທົບກັນຢ່າງແໜ້ນແຟ້ນກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ແລະ ສູນກາງຄະນະຊາວໜຸ່ມ ເພື່ອຜັນຂະຫຍາຍໂຄງການຢ່າງລະອຽດ ແລະ ມີປະສິດທິຜົນ, ຖືກຕ້ອງຕາມເນື້ອໃນຈິດໃຈຊີ້ນຳຂອງລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມສະເໜີວ່າ:

ໃນແຜນການປະຕິບັດຂອງຊາວໜຸ່ມໃນໄລຍະໃໝ່ ແລະ ວຽກງານຜັນຂະຫຍາຍຊຸດດັດສະຊນີສະຖິຕິຂອງຊາວໜຸ່ມ ຫວຽດນາມ, ຂ້າພະເຈົ້າປາດຖະໜາວ່າ ຄະນະຊາວໜຸ່ມຈະນຳໜ້າໃນການປະຕິບັດ, ນຳໃຊ້ເຕັກໂນໂລຢີເຂົ້າໃນວຽກງານຂະບວນການຂອງອົງການຈັດຕັ້ງມະຫາຊົນເພື່ອໃຫ້ແທດຈິງກ່ວາອີກ, ດຶງດູດໄດ້ຜູ້ທີ່ມີຄວາມເກັ່ງກ້າສາມາດ, ຊາວໜຸ່ມຈົບການຮຽນປະເພດດີເລີດ, ວຽກງານນີ້ຕ້ອງໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອໃຫ້ຂະບວນການແທດຈິງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top