• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດ “ຂົວເຊື່ອມຕໍ່” ຂອງ ຫວຽດນາມ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ລັດເຊຍ - ອາຊຽນ ຕື່ມອີກ

ເປົ້າໝາຍລຸລ່ວງຂອງການໄປປະຕິບັດງານຂອງ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແມ່ນເສີມຂະຫຍາຍບົດບາດເປັນ “ຂົວເຊື່ອມຕໍ່” ຂອງ ຫວຽດນາມ
​ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM – ASEAN (ພາບ: VGP)

ໃນ​ລະ​ຫວ່າງວັນ​ທີ 16 – 18 ມິ​ຖຸ​ນາ ທີ່​ຈະ​ມາ​ເຖິງ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຈະ​ນຳ​ໜ້​າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະ​ຫຼອງ 35 ປີ​ແຫ່ງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ, ຈັ​ດ​ຂຶ້​ນ​ຢູ່​ນະ​ຄອນ Kazan, ຕາມ​ຄຳ​ເຊີນ​ຂອງ​ ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ດັ້ງ​ຮວ່າງ​ຢາງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ SOM – ASEAN ໄດ້​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ.

ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮວ່າງ​ຢາງ ແລ້ວ, ເປົ້າ​ໝາຍ​ລຸ​ລ່ວງ​ຂອງ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແມ່ນ​ເສ​ີມ​ຂະ​ຫຍາຍ​ບົດ​ບາດ​ເປັນ “ຂົວ​ເຊື່ອມ​ຕໍ່” ຂອງ ຫວຽດ​ນາມ, ຊຸກ​ຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ບັນ​ດາ​ການ​ກຳ​ນົ​ດ​ທິດ​ທີ່​ແທດ​ຈິງ, ສ້າງກ​ຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ. ຫວຽດ​ນາມ ຈະ​ສຸ​ມ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດ, ຄື: ຫວຽດ​ນາມ ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ວິ​ທີ​ສຳຜັດທີ່​ແທ້​ຈິງ, ມີ​ຄວາມ​ດຸ່ນ​ດ່ຽງ ແລະ ມຸ່ງ​ໄປ​ເຖິງ​ໝາກ​ຜົນ​ການ​ຮ່ວມ​ມື​ຢ່າງ​ລະ​ອຽດ​ໃນ​ການ​ຮ່ວມ​ມື ອາ​ຊຽ​ນ - ລັດ​ເຊຍ; ຫວຽດ​ນາມ ປາ​ດ​ຖະ​ໜາ​ຢາກ​ເປີດກວ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ​ພາກ​ພື້​ນ ອາ​ຊີ - ເອີ​ລົບ; ພ້​ອມ​ກັບ​ບັນ​ດາ​ປະ​ເທດ​ແລກ​ປ່ຽນ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ.

ຄາ​ດ​ວ່າ, ກອ​ງ​ປະ​ຊຸມ​ຈະ​ຮັບ​ຮອງ​ເອົ​າ​ເອ​ກະ​ສານ​ຢູ່ນອກ​ການ​ກຳ​ນົດ​ທິດການ​ຮ່ວມ​ມື ອາ​ຊຽນ - ລັດ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ທັງ ອາ​ຊຽ​ນ ແລະ​ ລັດ​ເຊຍ ໃຫ້​ເປັນ​ຢ່າງ​ດີກວ່າ​ໃນ​ສະ​ພາບ​ການ​ໃໝ່.

(ແຫຼ່ງຄັດຈາກ VOV)

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ

Top