• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງຊາວເຜົ່າ ຂະແມ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງ

ຢູ່ຕາແສງ ຊອງລົກ, ທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພວມດຳລົງຊີວິດ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ເໝາະສົມກັບຄວາມເປັນເອກະລັກສະເພາະຂອງບໍລິເວນ.
ແຂວງ ວິງລອງ ພວມມຸ່ງໄປເຖິງການເລືອກຕັ້ງ (ພາບ: TTXVN)

ເພື່ອມຸ່ງໄປເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031, ແຂວງ ວິງລອງ ພວມສຸມໃສ່ຜັນຂະຫຍາຍບັນດາບາດກ້າວກະກຽມຢ່າງຄົບຊຸດຖືກຕາມຂໍ້ກຳນົດ. ໃນນັ້ນ, ເລື່ອງເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ພະນັກງານຂັ້ນຮາກຖານ, ສະມາຊິກພັກທີ່ເປັນຊາວເຜົ່າ ຂະແມ ໄດ້ຮັບການກຳນົດວ່າ ມີການປະກອບສ່ວນສຳຄັນສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງໃນປະຊາຊົນ.

ຢູ່ຕາແສງ ຊອງລົກ, ທ້ອງຖິ່ນທີ່ມີພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພວມດຳລົງຊີວິດ, ວຽກງານກະກຽມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ເໝາະສົມກັບຄວາມເປັນເອກະລັກສະເພາະຂອງບໍລິເວນ. ຄະນະຊີ້ນຳການເລືອກຕັ້ງຕາແສງໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 25 ທ່ານ; ຄະນະກຳມະການເລືອກຕັ້ງຕາແສງລວມມີ 17 ທ່ານ; 8 ຫົວໜ່ວຍເລືອກຕັ້ງ ແລະ 24 ໜ່ວຍເລືອກຕັ້ງໄດ້ສ້າງຕັ້ງໃຫ້ສຳເລັດຖືກຕາມຂໍ້ກຳນົດ.

ຕາແສງໄດ້ກະກຽມບັນດາເງື່ອນໄຂທາງດ້ານວັດຖຸ, ສະຖານທີ່ພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍເລືອກຕັ້ງ; ສ້າງແຜນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນຕະຫຼອດວິວັດການເລືອກຕັ້ງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top