ຂ່າວສານ
ເສດຖະກິດ ຫວຽດນາມ ເຕີບໂຕໄວ ແມ່ນກຳລັງໜູນຊຸກຍູ້ການນຳໃຊ້ພະລັງງານຂຽວ ຢູ່ ຫວຽດນາມ

ຕາມຜູ້ຂຽນແລ້ວ, ລະດັບເຕີບໂຕເສດຖະກິດຢ່າງວ່ອງໄວຢູ່ຫວຽດນາມ ໄດ້ຊຸກຍູ້ການຂະຫຍາຍຕົວຂອງພະລັງງານຜູ້ລິດຄືນໃໝ່ຢູ່ປະເທດນີ້. ທະນາຄານພັດທະນາ ອາຊີ ໃຫ້ຮູ້ວ່າ ນັບແຕ່ປີ 2014, ເສດຖະກິດ ຫວຽດນາມ ມີການເຕີບໂຕຕ່ຳສຸດແມ່ນ 6%, ບັນລຸ 7% ໃນປີ 2018 ແລະ 2019. ລະດັບການເຕີບໂຕຢ່າງວ່ອງໄວນີ້ ພວມຊຸກຍູ້ການນໍາໃຊ້ພະລັງງານຢູ່ໃນລະດັບກະໂດດຂັ້ນ
ປີ 2017, ບັນດາອົງການຄຸ້ມຄອງຂອງ ຫວຽດນາມ ອະນຸຍາດໃຫ້ກຸ່ມບໍລິສັດ EVN ຊື້ພະລັງງານແສງອາທິດຈາກໂຮງງານຜະລິດເອກະລາດດ້ວຍລາຄາພະລັງານຜະລິດຄືນໃໝ່ບຸລິມະສິດພິເສດ (FIT) ແມ່ນ 9,35 cent/kilowatt/ຊົ່ວໂມງ. ນີ້ແມ່ນກຳລັງໜູນທີ່ມີປະສິດທິຜົນແກ່ການເຕີບໂຕຢ່າງກະໂດດຂັ້ນໃນຂະແໜງພະລັງານຜະລິດຄືນໃໝ່.
(ແຫຼ່ງຄັດຈາກ VOV)