ໃນເວທີປາໄສ, ຄະນະເລຂາສູນກາງຊາວໜຸ່ມ ໄດ້ແບ່ງປັນກ່ຽວກັບບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ ແນໃສ່ສ້າງສະພາບແວດລ້ອມແຫ່ງການສຶກສາຮ່ຳຮຽນທີ່ປອດໄພ, ເປັນມິດສະໜິດສະໜົມ; ສ້າງສະພາບແວດລ້ອມທີ່ດີທີ່ສຸດເພື່ອໃຫ້ຊາວໜຸ່ມຍົກສູງກຳລັງຄວາມສາມາດນຳໃຊ້ພາສາຕ່າງປະເທດ; ແຜ່ກະຈາຍນ້ຳໃຈຫຼີ້ນກິລາໃນໄວໜຸ່ມ. ສຳລັບການເຄື່ອນໄຫວຮ່ວມເດີນທາງພ້ອມກັບຊາວໜຸ່ມ, ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຊາວໜຸ່ມ, ໃຫ້ຮູ້ວ່າ ສູນກາງຊາວໜຸ່ມ ຈະມີການຫັນປ່ຽນໄປສູ່ການໜູນຊ່ວຍ startup ຕາມລວງເລິກຢ່າງແຮງ, ຍົກລະດັບລະບົບນິເວດໜູນຊ່ວຍຈາກການເຊື່ອມຕໍ່, ລົງທຶນ, ເພາະລ້ຽງຕະຫຼອດຮອດການສ້າງເຄືອຂ່າຍທີ່ປຶກສາ. ທ່ານກ່າວວ່າ:
“ພວກຂ້າພະເຈົ້າຈະສຸມໃສ່ການຍົກສູງຄຸນນະພາບໃຫ້ແກ່ນັກທຸລະກິດໜຸ່ມໃນສະພາບການໃໝ່, ບຳລຸງຝຶກອົບຮົມຊາວໜຸ່ມ startup ຈຳນວນ 100.000 ຄົນ. ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ກໍໄດ້ມີແຜນການບຳລຸງກໍ່ສ້າງຕຳແໜ່ງ CEO 10.000 ຄົນ ຢ່າງມີແບບມີແຜນ, ມີຄຸນນະພາບ. ທີສອງແມ່ນ ສືບຕໍ່ມີບັນດາການເຄື່ອນໄຫວເຊີດຊູ, ຊອກຮູ້ແນວຄວາມຄິດ startup, ເຮັດແນວໃດເພື່ອພັດທະນາສະມາຄົມນັກທຸລະກິດໜຸ່ມຢ່າງແຂງແຮງກວ່າເກົ່າ, ມີຫຼາຍກິດຈະກຳຢ່າງມີແບບມີແຜນ, ເປັນລະບົບກວ່າ, ຜ່ານນັ້ນ ກໍ່ເຊື່ອມຕໍ່ ແລະ ສ້າງກຳລັງແຮງສັງລວມ”.








