• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ 2022: ປັບ​ປຸງ ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

ເວທີປາໄສຈະສຸມໃສ່ເຮັດແຈ້ງສະພາບການສາກົນ, ຕີລາຄາຢ່າງຮອບດ້ານ, ພາວະວິໄສ ສະພາບການເສດຖະກິດຂອງ ຫວຽດນາມ ໃນ 9 ເດືອນ ແລະ ຄາດຄະເນທັງປີ 2022, ຈາກນັ້ນ ຍົກອອກມາດຕະການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຈະມາເຖິງ.
  ການຖະແຫຼງຂ່າວ ກ່ຽວກັບ ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2022 (ພາບ: TTXVN)  

ເວທີປາໄສເສດຖະກິດ - ສັງຄົມ ປີ 2022 ຈະດຳເນີນໃນວັນທີ 18 ກັນຍາ ດ້ວຍຫົວຂໍ້ “ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ”. ເວທີປາໄສມີການເຂົ້າຮ່ວມໂດຍກົງຂອງຜູ້ແທນກ່ວາ 400 ທ່ານ ຢູ່ ຮ່າໂນ້ຍ ແລະ ນັກຊ່ຽວຊານ, ນັກວິທະຍາສາດ ຢູ່ຕ່າງປະເທດບາງທ່ານ ໄດ້ເຂົ້າຮ່ວມຕາມແບບທາງໄກ.

ເວທີປາໄສຈະສຸມໃສ່ເຮັດແຈ້ງສະພາບການສາກົນ, ຕີລາຄາຢ່າງຮອບດ້ານ, ພາວະວິໄສ ສະພາບການເສດຖະກິດຂອງ ຫວຽດນາມ ໃນ 9 ເດືອນ ແລະ ຄາດຄະເນທັງປີ 2022, ຈາກນັ້ນ ຍົກອອກມາດຕະການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຈະມາເຖິງ. ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ ປີ 2022 ຈະມີວາລະຄົບຄະນະ ແລະ ການໂອ້ລົມສົນທະນາຂັ້ນສູງ ດ້ວຍຫົວຂໍ້ “ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ”. ທ່ານ ບຸຍວັນເກືອງ, ເລຂາທິການໃຫຍ່ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ:

ປີນີ້, ເວທີປາໄສມີຂອບຂະໜາດໃຫຍ່ກ່ວາກ່ຽວກັບທາງດ້ານຈຳນວນແຂກຖືກເຊີນ. ບັນດາສະຖານທີ່ເຊື່ອມຕໍ່ບໍ່ພຽງແຕ່ຢູ່ບັນດາປະເທດຄື ອາເມລິກາ, ຍີ່ປຸ່ນ ແລະ ບາງປະເທດເທົ່ານັ້ນ, ຫາກຍັງມີມະຫາວິທະຍາໄລ ຕື່ມອີກ 7 ແຫ່ງ. ຈຳນວນແຂກຖືກເຊີນໃນປີນີ້ຂຶ້ນເຖິງ 500 ຄົນໃນນັ້ນມີ ນັກວິທະຍາສາດ, ນັກຄຸ້ມຄອງ, ນັກຊ່ຽວຊານ ພ້ອມກັບແຂກສາກົນຫຼາຍຄົນ, ບັນດາອົງການທຸຕານຸທູດ, ສະຖານທູດ…

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top