ຂ່າວສານ
ເວທີປາໄສອະນາຄົດ ອາຊຽນ: ການຮ່ວມມືລະຫວ່າງບັນດາພັກການເມືອງເພື່ອນອາຊຽນຫຍັບ ເຂົ້າ ໃກ້ກັບປະຊາຊົນຫຼາຍກວ່າ
ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ໄດ້ຊີ້ແຈ້ງວ່າການໂອ້ລົມສົນທະນາແມ່ນຂີດໝາຍທີ່ມີຄວາມໝາຍສຳລັບວິວັດການຮ່ວມມືຂອງ ອາຊຽນ, ສ້າງຂີດໝາຍເປັນຄັ້ງທຳອິດມີການພົບປະ ແລະ ແລກປ່ຽນລະຫວ່າງບັນດາພັກການເມືອງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຕາມທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງແລ້ວ, ເພື່ອຜ່ານຜ່າສິ່ງທ້າທາຍ, ຮັກສາຄວາມສາມັກຄີ ແລະ ຄວາມເປັນເຈົ້າຍຸດທະສາດກໍ່ຮຽກຮ້ອງວ່າ ການຮ່ວມມືອາຊຽນ ບໍ່ພຽງແຕ່ຢຸດຢູ່ຊ່ອງທາງລັດ, ລັດຖະບານ ແລະ ລັດຖະສະພາເທົ່ານັ້ນ ຫາກຍັງຕ້ອງໄດ້ຮັບການປັບປຸງຈາກພື້ນຖານການເມືອງຂອງແຕ່ລະປະເທດ, ບັນດາພັກການເມືອງອີກດ້ວຍ. ທ່ານລັດຖະມົນຕີສະເໜີການຮ່ວມມືນຳອາຊຽນ ຫຍັບ ເຂົ້າໃກ້ກັບປະຊາຊົນຫຼາຍກວ່າ ແລະ ເຕົ້າໂຮມກຳລັງແຮງຂອງທົ່ວສັງຄົມ.
ການໂອ້ລົມສົນທະນາໄດ້ດຳເນີນດ້ວຍ 3 ວາລະປະຊຸມທີ່ມີບົດລາຍງານ ແລະ ບົດກ່າວປາໄສເດືອບ 20 ບົດຂໂດຍຜູ້ຕາງໜ້າບັນດາພັກການເມືອງ, ນັກຮຽນຮູ້ ແລະ ນັກຊ່ຽວຊານມາຈາກທົ່ວພາກພື້ນສະເໜີ. ບັນດາຄຳເຫັນປະກອບເນັ້ນໜັກວ່າ ບັນດາພັກການເມືອງໃນພາກພື້ນລ້ວນແຕ່ແບ່ງປັນສະຕິຄວາມຮັບຜິດຊອບຢ່າງເລິກເຊິ່ງຕໍ່ອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຍືນຍົງຂອງ ອາຊຽນ.






