• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວເນຊູເອລາ ເຊີດຊູບັນດາຄະນະກູ້ໄພກູ້ຊີບສາກົນ, ສົ່ງຈົດໝາຍຂອບໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ

ທ່ານນາງ Delcy Rodríguez, ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນ້ຳໃຈສາມັກຄີ ແລະ ການໜູນຊ່ວຍຢ່າງທັນການຂອງລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນ
  ທ່ານນາງ Delcy Rodríguez, ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ຢື້ມ​ຢາມ​ຖາມ​ຂ່າວ​ຄະ​ນະກູ້ໄພກູ້ຊີບ ຫວຽດ​ນາມ (ພາບ: VNA)  

ວັນ​ທີ 03 ກໍ​ລະ​ກົດ, ຢູ່​ລັດ La Guaira, ທ່ານນາງ Delcy Rodríguez, ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາ ໄດ້​ເປັນ​ປະ​ທານ​ພິ​ທີ​ເຊີດ​ຊູ​ບັນ​ດາກຳ​ລັງກູ້​ໄພ​ກູ້​ຊີບ​ສາ​ກົນ ຍ້ອນ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ວຽກ​ງານ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ ພາຍ​ຫຼັງ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ປະ​ເທດນີ້​ໃນ​ວັນ​ທີ 24 ມິ​ຖຸ​ນາ ຜ່ານ​ມາ.

ກ່າ​ວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ນາງ Delcy Rodríguez, ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ກຳ​ລັງກູ້​ໄພ​ກູ້​ຊີບສາ​ກົນ​ໃນ​ຈຸດ​ເວ​ລາທີ່​ຫຍຸ້ງ​ຍາກ​ຂອງ ເວ​ເນ​ຊູ​ເອ​ລາ. ເນື່ອງ​ໃນ​ໂອ​ກາດນີ້, ຜ່ານ​ທ່ານ ຫວູ​ຈຸງມີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ, ທ່ານ​ນາງ Delcy Rodríguez, ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ ໄດ້​ສົ່ງ​ຈົດ​ໝາຍ​ຂອບ​ໃຈ ແລະ ປະດັບ​ຫຼຽນ​ໄຊ “ນັກ​ວິ​ລະ​ຊົນ ເວ​ເນ​ຊູ​ເອ​ລາ” ເຖິງທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ບັນດາຫົວໜ່ວຍຕ້ອງຮີບເຮັ່ງສ້າງແຜນການຈັດສູນສື່ມວນຊົນ, ເຂດພັກອາໄສ, ພາຫະນະໄປມາໃຫ້ແກ່ນັກຂ່າວ ແລະ ບັນດາເງື່ອນໄຂຮັບໃຊ້ນັກຂ່າວໃຫ້ສຳເລັດໂດຍໄວ

Top