• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ “ການທ່ອງທ່ຽວກອນຕຸມ - ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງ”

ຄະນະຈັດຕັ້ງໄດ້ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2030. ເປົ້າໝາຍແມ່ນ ຮອດປີ 2025, ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຈະຕ້ອນຮັບແຂກທ່ອງທ່ຽວ ປະມານ 3,3 ລ້ານ ເທື່ອຄົນ, ລະດັບເຕີບໂຕສະເລ່ຍບັນລຸ 14% ຕໍ່ປີ.
  ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ (ພາບ: TTXVN)  

 ຕອນເຊົ້າວັນທີ 24 ເມສາ, ຢູ່ນະຄອນ ກອນຕຸມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊົນແຂວງ ກອນຕຸມ ຈັດ ເວທີປາໄສ “ການທ່ອງທ່ຽວ ກອນຕຸມ - ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງ”; ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ໄລຍະ 2022 – 2025, ວິໄສທັດຮອດປີ 2030.

ກ່າວຄຳເຫັນທີເວທີປາໄສ,  ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ຢັ້ງຢືນວ່າ, ກອນຕຸມ ມີເງື່ອນໄຂຄົບຖ້ວນກ່ຽວກັບຊັບພະຍາກອນທຳມະຊາດ, ວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ປະກອບສ່ວນສ້າງຜະລິດຕິພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ.

ທີ່ເວທີປາໄສ, ຄະນະຈັດຕັ້ງກໍໄດ້ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2030. ເປົ້າໝາຍແມ່ນ ຮອດປີ 2025, ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຈະຕ້ອນຮັບແຂກທ່ອງທ່ຽວ ປະມານ 3,3 ລ້ານ ເທື່ອຄົນ, ລະດັບເຕີບໂຕສະເລ່ຍບັນລຸ 14% ຕໍ່ປີ. ກໍໃນເວທີປາໄສຄັ້ງນີ້, ລາຍການຮ່ວມມືພັດທະນາການທ່ອງທ່ຽວຂອງບັນດາແຂວງ ຝູອຽນ, ບິ່ງດິ້ງ, ກວ໋າງງາຍ, ດັກລັກ, ຢາລາຍ, ກອນຕຸມ ກໍໄດ້ລົງນາມ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top