ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2025 ນັບມື້ນັບມີອິດທິພົນຊື່ສຽງ, ຊ່ວຍຍົກສູງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບນະຄອນ ໂຮ່ຈີມິນ ຄືດັ່ງສູນລົງທຶນ, ນະວັດຕະກຳ. ນີ້ແມ່ນບັນດາການຕີລາຄາທີ່ໄດ້ຍົກອອກມາຢູ່ກອງປະຊຸມສະຫຼຸບ ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 31 ທັນວາ, ຢູ່ນະຄອນ ໂຮ່ຈີມິນ.
ເວທີປາໄສໄດ້ຢືນຢັນທີ່ຕັ້ງ ແລະ ບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ສຳລັບໂລກ, ພິເສດແມ່ນໃນສະພາບ ຫວຽດນາມ ແລະ ໃນເບື້ອງຕົ້ນ ນະຄອນ ໂຮ່ຈີມິນ ໄດ້ຮັບການກຳນົດຄືດັ່ງສູນສົນທະນານະໂຍບາຍໃໝ່ຂອງພາກພື້ນ. ທີ່ເວທີປາໄສ ໄດ້ປະກາດບົດບັນທຶກຊ່ວຍຈຳການຮ່ວມມື 16 ສະບັບລະຫວ່າງຄູ່ຮ່ວມມືຢູ່ພາຍໃນປະເທດ ແລະ ສາກົນໃນຫຼາຍຂົງເຂດ, ລວມມີ: ການເງິນ fintech, blockchain, ພື້ນຖານໂຄງລ່າງການເງິນດີຈີຕອນ, ການຫັນເປັນດີຈີຕອນ, ການລົງທຶນເຕັກໂນໂລຊີ, ປັນຍາປະດິດ….







