• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມາເລເຊຍ ມານະພະຍາຍາມຊອກຫາເຮືອບິນ MH370 ຢູ່ມະຫາສະໝຸດອິນເດຍ ຄືນໃໝ່

ກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ ໃຫ້ຮູ້ວ່າ ກ່ຳປັ່ນຊອກຫາ Armada 8605 ໄດ້ໄປຍັງເຂດຊອກຫາທີ່ໄດ້ກຳນົດພິກັດ ດ້ວຍ 2 ພາຫະນະບໍ່ມີຄົນຂັບ.
(ພາບປະກອບ: REUTERS)

ວັນທີ 31 ທັນວາ, ວົງການເຈົ້າໜ້າທີ່ ມາເລເຊຍ ໄດ້ແຈ້ງໃຫ້ຊາບວ່າ ການຊອກຫາເຮືອບິນ MH370 ຂອງບໍລິສັດການບິນ Malaysia Airlines ໄດ້ເລີ່ມດຳເນີນຢ່າງເປັນທາງການຢູ່ມະຫາສະໝຸດ ອິນເດຍ, ຟື້ນຟູບັນດາຄວາມມານະພະຍາຍາມແກ້ໄຂໜຶ່ງໃນບັນດາເຫດການລີ້ລັບທີ່ສຸດຂອງຂະແໜງການບິນ ພາຍຫຼັງ 1 ທົດສະວັດທີ່ເຮືອບິນຫາຍສາບສູນພ້ອມກັບຜູ້ໂດຍສານ 239 ຄົນ.

ກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ ໃຫ້ຮູ້ວ່າ ກ່ຳປັ່ນຊອກຫາ Armada 8605 ໄດ້ໄປຍັງເຂດຊອກຫາທີ່ໄດ້ກຳນົດພິກັດ ດ້ວຍ 2 ພາຫະນະບໍ່ມີຄົນຂັບ. ເຂດຊອກຫາຍັງບໍ່ທັນໄດ້ເຜີຍເທື່ອ ແຕ່ຖະແຫຼງວ່າ ໄດ້ກະກຽມກ່ຳປັ່ນໃຫ້ແກ່ການຊອກຫາຢູ່ທ່າກ່ຳປັ່ນ Fremantle ທາງທິດຕາເວັນຕົກ ອົດສະຕາລີ.

ເຮືອບິນໝາຍເລກ MH370 ຂາດການຕິດຕໍ່ໃນວັນທີ 08 ມີນາ 2014 ພ້ອມກັບຜູ້ໂດຍສານ, ຈຸບິນ 239 ຄົນ, ເຊິ່ງຄາດວ່າ ຕົກຢູ່ທາງທິດໃຕ້ມະຫາສະໝຸດ ອິນເດຍ.

(ແຫຼ່ງຄັດຈາກ VOV)

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ…

Top