• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຄ້າເອເລັກໂຕນິກ ຫວຽດນາມ ເພີ່ມຄວາມໄວ, ມຸ່ງໄປເຖິງການບຸກທະລຸໄລຍະ 2026 – 2030

ຕາມຕົວເລກໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນທ້າຍເດືອນ ທັນວາ ຜ່ານມາຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕ 18 – 25% ໃນແຕ່ລະປີ

ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວາງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.

        ຕາມຕົວເລກໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນທ້າຍເດືອນ ທັນວາ ຜ່ານມາຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕ 18 – 25% ໃນແຕ່ລະປີ; ຂອບຂະໜາດຕະຫຼາດປີ 2025 ບັນລຸປະມານ 32 ຕື້ USD, ນຳ ຫວຽດນາມ ໃຫ້ກາຍເປັນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫວູຮົ່ງແຄງ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນການຄ້າສາກົນ Saler, ໃຫ້ຂໍ້ສັງເກດວ່າ:

        “ໃນຮອບວຽນການເຕີບໂຕໄລຍະ 2026  2030, ໜຶ່ງໃນບັນດາຂະແໜງການທີ່ໄດ້ຮັບການຄາດຄະເນຈະພັດທະນາຢ່າງແຮງທີ່ສຸດແມ່ນຂະແໜງຜະລິດຕະພັນກະເສດ ຫວຽດນາມ. ນີ້ເຄີຍແມ່ນຂົງເຂດມີທ່າແຮງຫຼາຍຢ່າງ ແລະ ສວມບົດບາດສຳຄັນໃນພື້ນຖານເສດຖະກິດໃນຕະຫຼອດໄລຍະຜ່ານມາ. ດ້ວຍການໜູນຊ່ວຍທີ່ນັບມື້ນັບຈະແຈ້ງຂອງບັນດາພື້ນຖານການຄ້າເອເລັກໂຕນິກ, ຂະແໜງຜະລິດຕະພັນກະເສດໄດ້ຮັບຄວາມຫວັງວ່າ ຈະມີການຫັນປ່ຽນຢ່າງຕັ້ງໜ້າ, ສ້າງທ່າເຕີບໂຕແບບຍືນຍົງໃນໄລຍະຈະມາເຖິງ”.

(ແຫຼ່ງຄັດຈາກ VOV)

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ…

Top