• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສຮ່າໂນ້ຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຈະດຳເນີນໃນເດືອນພະຈິກ 2018

ວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ກອງທຶນສຶກສາປະລິນຍາໂທ ສ.ເກົາຫຼີ (KFAS) ໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບການຮ່ວມມືຈັດຕັ້ງເວທີປາໄສ ຮ່າໂນ້ຍ ປີ 2018 ໃນລະຫວ່າງວັນທີ 8 – 10 ພະຈິກ.


ຜູ້ຕາງໜ້າມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ກອງທຶນສຶກສາປະລິນຍາໂທ ສ.ເກົາຫຼີ
ລົງນາມໃນຂໍ້ຕົກລົງ ກ່ຽວກັບການຮ່ວມມືຈັດຕັ້ງເວທີປາໄສ ຮ່າໂນ້ຍ ປີ 2018

(ພາບ: vnexpress.net)

ເວທີປາໄສມີຫົວຂໍ້ທີ່ວ່າ “ມຸ່ງໄປເຖິງການພັດທະນາແບບຍືນຍົງ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ປອດໄພ”. ໃນຂອບເຂດຂອງເວທີປາໄສ ຍັງມີສອງເຫດການ ຄື: ສົນທະນານະໂຍບາຍກ່ຽວກັບການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ການຫັນເປັນຕົວເມືອງ, ກໍ່ສ້າງ, ພັດທະນາເຂດທົ່ງພຽງແມ່ນ້ຳແດງ.

        ເວທີປາໄສ ຮ່າໂນ້ຍ ແມ່ນຂໍ້ລິເລີ່ມຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເພື່ອແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງທົ່ວໂລກ ໃນການປະຕິບັດບັນດາເນື້ອໃນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ຜ່ານການສຶກສາຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະ ແລກປ່ຽນບົດຮຽນການສຶກສາສາກົນ.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top