“ເວທີປາໄສອະນາຄົດ ອາຊຽນ (AFF) 2025 ແມ່ນຂໍ້ລິເລີ່ມທີ່ຕັ້ງໜ້າຂອງ ຫວຽດນາມ, ແມ່ນໂອກາດເພື່ອຊຸກຍູ້ເລື່ອງນຳ ອາຊຽນ ກ້າວຂຶ້ນ”. ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Sarah Al Bakri Devadason, ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ, ເນື່ອງໃນໂອກາດ AFF ຄັ້ງທີ 2 ປີ 2025 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 25 – 26 ກຸມພາ. ຕາມທ່ານນາງແລ້ວ, ເລື່ອງເປັນຄັ້ງທີ 2 ເວທີປາໄສ AFF ຈັດຂຶ້ນຢູ່ ຫວຽດນາມ ນັ້ນ, ໄດ້ສ່ອງແສງວິໄສທັດມຸ່ງໄປເຖິງອະນາຄົດຂອງ ຫວຽດນາມ ທີ່ມີຕໍ່ພາກພື້ນ. ຫົວຂໍ້ຂອງ AFF 2025 ແມ່ນ “ສ້າງ ອາຊຽນ ສາມັກຄີ, ກວມລວມ ແລະ ເຂັ້ມແຂງດ້ວຍຕົນເອງໃນໂລກທີ່ມີການຜັນແປຫຼາຍຢ່າງ” ກໍ່ສອດຄ່ອງກັບບັນດາຫຼັກການແກ່ນສານຂອງ ອາຊຽນ ແລະ ມີການເຊື່ອມຕໍ່ກັບວິໄສທັດຂອງ ມາເລເຊຍ, ດ້ວຍຖານະເປັນປະທານ ອາຊຽນ ປີ 2025. ທ່ານນາງ Sarah Al Bakri Devadason, ເນັ້ນໜັກວ່າ:
“ເວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມທີ່ຕັ້ງໜ້າທີ່ສຸດຂອງ ຫວຽດນາມ. ຫົວຂໍ້ຂອງເວທີປາໄສ ໃນພື້ນຖານນັ້ນກໍ່ກ່ຽວຂ້ອງເຖິງບັນດາແນວຄວາມຄິດກ່ຽວກັບຄວາມເປັນເອກະພາບ, ລັກສະນະກວມລວມ ແລະ ຄວາມສາມາດຟື້ນຟູ, ແມ່ນສິ່ງສອດຄ່ອງກັບ ອາຊຽນ ແລະ ບັນດາປະເທດສະມາຊິກ ແລະ ນັ້ນແມ່ນໜຶ່ງໃນບັນດາຫຼັກການແກ່ນສານຂອງ ອາຊຽນ. ໃນສະພາບພູມສາດການເມືອງພວມເກີດມີສິ່ງທ້າທາຍຫຼາຍຢ່າງນັ້ນ, ຂ້າພະເຈົ້າຄິດວ່າ ເວທີປາໄສຄັ້ງນີ້ຈະນຳມາເຊິ່ງໂອກາດເພື່ອສົນທະນາຢ່າງກົງໄປກົງມາ ແລະ ຄົບຖ້ວນ, ລະຫວ່າງບັນດາຜູ້ມີຄວາມສົນໃຈເຖິງຫົວຂໍ້ດັ່ງກ່າວ ແລະ ບັນດາຜູ້ມີຄວາມສົນໃຈທີ່ສຸດເຖິງເລື່ອງນຳ ອາຊຽນ ກ້າວຂຶ້ນ”.







