• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສທະເລ ອາຊຽນ ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 10

ບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືໄດ້ກວດກາຄືນ, ຕີລາຄາໂດຍສັງເຂບກ່ຽວກັບການຮ່ວມມືທາງທະເລ ແລະ ຄວາມໝັ້ນຄົງທາງທະເລຢູ່ພາກພື້ນໃນໄລຍະຜ່ານມາ...
  ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ວ່າການຫົວໜ້າ SOM ASEAN (ພາບ:TTXVN)  

ໃນລະຫວ່າງວັນທີ 6 -7 ທັນວາ, ເວທີປາໄສສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ (AMF) ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງ (EAMF) ຄັ້ງທີ 10 ຈັດຂຶ້ນຢູ່ນະຄອນຫຼວງ ມານີລາ ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ຟິລິບປິນ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສໂດຍທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ວ່າການຫົວໜ້າ SOM ASEAN ນຳໜ້າ.

ບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືໄດ້ກວດກາຄືນ, ຕີລາຄາໂດຍສັງເຂບກ່ຽວກັບການຮ່ວມມືທາງທະເລ ແລະ ຄວາມໝັ້ນຄົງທາງທະເລຢູ່ພາກພື້ນໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນການກຳນົດທິດການເຄື່ອນໄຫວຂອງບັນດາເວທີປາໄສໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ເວທີປາໄສຄັ້ງຕ່າງໆ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຕີລາຄາສູງບົດບາດຂອງ AMF ແລະ EAMF ໃນການຊຸກຍູ້ການຮ່ວມມືທາງທະເລໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນກໍ່ຄືໃນຂົງເຂດຮ່ວມມືທາງທະເລ, ສົ່ງເສີມບັນດາຄູ່ຮ່ວມມືສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ອາຊຽນ ບົນຈິດໃຈໄວ້ເນື້ອເຊື່ອໃຈ, ສ້າງສັນ, ເຂົ້າຮ່ວມປະກອບສ່ວນແທດຈິງ, ມີປະສິດທິຜົນໃຫ້ແກ່ບັນດາການເຄື່ອນໄຫວຂອງບັນດາກົນໄກຂອງ ອາຊຽນ, ໃນນັ້ນມີ EAMF.

ໃນສະພາບການທີ່ບັນດາປະເທດຕ້ອງປະເຊີນໜ້າກັບຫຼາຍບັນຫາດ້ານຄວາມໝັ້ນຄົງທາງທະເລທີ່ສັບສົນ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ເຈດຕະນາດີຂອງບັນດາປະເທດໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືຢູ່ບັນດາເຂດທະເລຂອງພາກພື້ນ, ໃນນັ້ນມີທະເລຕາເວັນອອກບົນພື້ນຖານເພີ່ມທະວີການໂອ້ລົມສົນທະນາ, ປຶກສາຫາລື, ເຄົາລົບກົດໝາຍສາກົນ, ປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນຢ່າງເຂັ້ມງວດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top