• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ 7 ການກຳນົດທິດໃຫຍ່ເພື່ອເພີ່ມທະວີການຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານ Ishiba Shigeru ປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ

ຕອນບ່າຍວັນທີ 27 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານ Ishiba Shigeru ປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 27 – 29 ເມສາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ 7 ການກຳນົດທິດໃຫຍ່ເພື່ອເພີ່ມທະວີການຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນໃນໄລຍະຈະມາເຖິງ, ໃນນັ້ນມີການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແທ້ຈິງ, ມີປະສິດທິຜົນ ແລະ ບໍ່ຢຸດຢັ້ງ, ສະເໜີຍີ່ປຸ່ນ ຕັ້ງໜ້າເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງຈຸດສຸມຜ່ານແຫຼ່ງທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA)ລຸ້ນໃໝ່. ທ່ານເລຂາທິການໃຫຍ່ ກໍ່ສະເໜີສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານແຮງງານ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ກະສິກຳນຳໃຊ້ເຕັກໂນໂລຢີສູງ, ເຮັດໃຫ້ການຮ່ວມມືລະຫວ່າງທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ ເລິກເຊິ່ງຂຶ້ນຕື່ມ.

ສ່ວນທ່ານນາຍົກລັດຖະມົນຕີ Ishiba Shigeru ຢັ້ງຢືນ ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ບໍ່ສາມາດຂາດໄດ້ຂອງຍີ່ປຸ່ນ, ທ່ານເນັ້ນໜັກວ່າ ຍີ່ປຸ່ນຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ປະຕິບັດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ປະຕິບັດບັນດາເປົ້າໝາຍຍຸດທະສາດ, ແຜນການພັດທະນາເສດຖະກິດ ສັງຄົມ ໃນຍຸກພັດທະນາໃໝ່, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນກ້າວເຂົ້າສູ່ໄລຍະໃໝ່.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

Top