ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ.ເບລາຣຸດ ຢ່າງຈົບງາມ
ກ່ອນໜ້ານັ້ນ, ກໍໃນວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ໄດ້ມີການພົບປະກັບທ່ານນາງ Natalya Kochanova ປະທານສະພາສູງ ແລະ ທ່ານ Igor Sergeyenko ປະທານສະພາຕ່ຳ ແລະ ການນຳພັກຄອມມູນິດ, ພັກລັດເຊຍຂາວ (white Russia). ສອງຝ່າຍເຫັນດີເປັນເອກະພາບນຳການພົວພັນສອງຝ່າຍເຂົ້າສູ່ໄລຍະໃໝ່ຂອງສັງກາດພັດທະນາໃໝ່ດ້ວຍບັນດາມາດຕະການລະອຽດ. ເຫັນດີເພີ່ມທະວີການແລກປ່ຽນຄະນະ ແລະ ພົບປະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຍົກວົງເງິນການຄ້ານຳເຂົ້າສົ່ງອອກ, ວິທະຍາສາດເຕັກໂນລຢີ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ດ້ວຍການພິຈາລະນາເປີດຖ້ຽວການບິນໂດຍກົງ, ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນນຳກັນ.
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຕາມຊ່ອງທາງລັດຖະສະພາ ແລະ ຊ່ອງທາງພັກ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍພັກການເມືອງ, ເວທີປາໄສລະຫວ່າງລັດຖະສະພາ.
ກໍໃນວັນທີ 12 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີ ເບລາຣຸດ. ການນຳສອງທ່ານກໍຕົກລົງເຫັນດີຈະສ້າງໂຄງການເຄື່ອນໄຫວເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ຍົກລະດັບ. ຕອນບ່າຍຂອງວັນດຽວກັນ, ທ່ານ ໂຕເລິມ ກໍ່ໄດ້ໄປຢ້ຽມຢາມໂຮງງານ ລົດລາກ Minsk (MTZ).