ກະຊວງການຕ່າງປະເທດ ຫວຽດນາມໄດ້ອອກແຈ້ງການໃນວັນທີ 16 ຕຸລາ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ. ການຢ້ຽມຢາມໄດ້ປະຕິບັດຕາມການເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ແຟັງລັງ Alexander Stubb.