• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ຈະ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸກ​ບືນ​ດ້ວຍ​ຄວາມ​ໝັ້ນ​ແກ່ນ​ຢ່າງ​ແນ່ນອນ

ຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດສັງຄົມນິຍົມພັດທະນາ, ມີລາຍຮັບສູງ; ປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບການພັດທະນາຢ່າງຮອບດ້ານ, ມີຊີວິດອີ່ມໜຳສຳລານສົມບູນພູນສຸກ, ເສລີພາບ, ສີວິໄລ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ (ພາບ: TTXVN)

ເມື່ອຕອບສຳພາດສື່ມວນຊົນເນື່ອງໃນໂອກາປີໃໝ່ປີມະເສັງ 2025 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 95 ປີ (3/2/1930 – 3/2/2025), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ ພາຍຫຼັງເກືອບ 95 ປີ ພາຍໃຕ້ການນຳພາຂອງພັກ, ຊາດ ຫວຽດນາມ ໄດ້ສ້າງຜົນງານອັນມະຫັດສະຈັນໃນປະຫວັດສາດ, ຜ່ານຜ່າສັງກາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ສ້າງສັງຄົມນິຍົມ (1930 – 1975); ສັງກາດທ້ອນໂຮມປະເທດຊາດເປັນເອກະພາບ, ປ່ຽນແປງໃໝ່ (1975 – 2025). ແລະ ປັດຈຸບັນ, ປະເທດກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ, ເລີ່ມຕົ້ນດ້ວຍເຫດການທີ່ມີຄວາມສຳຄັນຍິ່ງ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດ ຫວຽດນາມ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ສັງກາດບຸກບືນຂອງຊາດແມ່ນສັງກາດພັດທະນາຢ່າງກະໂດດຂັ້ນ, ເຕີບໂຕຢ່າງແຮງພາຍໃຕ້ການນຳພາຂອງພັກ, ສ້າງປະເທດຫວຽດນາມ ສັງຄົມນິຍົມ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ວັດທະນາຖາວອນ, ຜາສຸກ ຢ່າງສຳເລັດຜົນ; ທຽບທັນກັບບັນດາປະເທດມະຫາອຳນາດໃນທົ່ວໂລກ. ຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດສັງຄົມນິຍົມພັດທະນາ, ມີລາຍຮັບສູງ; ປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບການພັດທະນາຢ່າງຮອບດ້ານ, ມີຊີວິດອີ່ມໜຳສຳລານສົມບູນພູນສຸກ, ເສລີພາບ, ສີວິໄລ. ສິ່ງສຳຄັນແມ່ນ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງສຸດຂີດ, ມີຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທັງລະບົບການເມືອງ ພ້ອມກັນເຂົ້າຮ່ວມ, ປະຕິບັດຄວາມຄາດຫວັງພັດທະນາປະເທດຊາດວັດທະນາຖາວອນ ແລະ ຜາສຸກ.

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດຢ່າງໝັ້ນແກ່ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່.

Top