• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ມະ​ຕິຍຸດ​ທະ​ສາດ 4 ສະ​ບັບ ນຳ​ປະ​ເທດ​ຊາດ​ບືນ​ຕົ​ວ​ຂຶ້ນ

ມາຮອດປັດຈຸບັນ, ມະຕິ 4 ສະບັບນີ້ແມ່ນເສົາຄ້ຳສຳຄັນຂອງພື້ນຖານລະບອບລະບຽບການ, ສ້າງກຳລັງໜູນຢ່າງແຮງເພື່ອນຳຫວຽດນາມ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່, ຫັນການປະຕິບັດວິໄສທັດ ຫວຽດນາມພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.
ທ່ານ ເລຂາທິການໃຫຍ່ ໂຕເລິມ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊືມ, ຜັນຂະຫຍາຍປະຕິບັດ ມະຕິເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ແລະ ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ປັດຈຸບັນ, ຫວຽດນາມ ພວມດຳເນີນການປ່ຽນແປງໃໝ່, ປະຕິຮູບ, ສຸມໃສ່ເຂົ້າ ສີ່ບຸກທະລຸລວມມີ: ມະຕິເລກທີ 57  ຂອງກົມການເມືອງ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ມະຕິເລກທີ 59 ກ່ຽວກັບການເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມະຕິເລກທີ 68 ກ່ຽວກັບພັດທະນາເຂດເສດຖະກິດເອກະຊົນຢ່າງແຮງ; ມະຕິເລກທີ 66 ກ່ຽວກັບການປ່ຽນແປງວຽກງານກໍ່ສ້າງ, ປະຕິບັດກົດໝາຍຢ່າງຮອບດ້ານ. ມາຮອດປັດຈຸບັນ, ມະຕິ 4 ສະບັບນີ້ແມ່ນເສົາຄ້ຳສຳຄັນຂອງພື້ນຖານລະບອບລະບຽບການ, ສ້າງກຳລັງໜູນຢ່າງແຮງເພື່ອນຳຫວຽດນາມ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່, ຫັນການປະຕິບັດວິໄສທັດ ຫວຽດນາມພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.

ຫວນຄືນບັນດາເນື້ອໃນຫຼັກຂອງມະຕິສະບັບຕ່າງໆ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິເລກທີ 68 ໄດ້ວາງພື້ນຖານໃຫ້ແກ່ການຫັນປ່ຽນຢ່າງຮອບດ້ານກ່ຽວກັບນະໂຍບາຍພັດທະນາເສດຖະກິດເອກະຊົນ. ນີ້ແມ່ນການຄັດເລືອກຍຸດທະສາດທີ່ຖືກຕ້ອງ, ຮີບດ່ວນ, ນຳມາເຊິ່ງວິໄສທັດທີ່ຍາວນານ, ເພື່ອແນໃສ່ປະຕິບັດແງ່ຫວັງພັດທະນາປະເທດໝັ້ນຄົງເຂັ້ມແຂງຈະເລີນຮຸ່ງເຮືອງໃນກາງສະຕະວັດທີ XXI.

(ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top