• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ກາວ​ບັ່ງ​ ຄວນ​ຫັນ​ຄວາມ​ຫຍຸ້ງ​ຍາກໃຫ້​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ

ໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັ່ງ, ຕອນເຊົ້າວັນທີ 28 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະບໍລິຫານງານອົງຄະນະພັກແຂວງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Thống Nhất/TTXVN)

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ກາວບັ່ງ ແມ່ນແຂວງເຂດຊາຍແດນ, ເຂດພູສູງ, ຈຸດເລີ່ມຕົ້ນພັດທະນາຕ່ຳ, ເງື່ອນໄຂທຳມະຊາດຫຍຸ້ງຍາກ, ພື້ນຖານໂຄງລ່າງຍັງຖືກຈຳກັດ. ເພາະສະນັ້ນ, ແຕ່ລະນະໂຍບາຍຊີ້ຂາດພັດທະນາ ຕ້ອງເລີ່ມຈາກເງື່ອນໄຂພິເສດສະເພາະຂອງທ້ອງຖິ່ນ.

ກາວບັ່ງ ຕ້ອງຫັນຄວາມຫຍຸ້ງຍາກໃຫ້ກາຍເປັນກຳລັງໜູນ, ຫັນທີ່ຕັ້ງຊາຍແດນກາຍເປັນທ່າໄດ້ປຽບຍຸດທະສາດ ແລະ ຫັນຄຸນຄ່າວັດທະນະທຳ - ປະຫວັດສາດກາຍເປັນແຫຼ່ງກຳລັງພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການຫັນປ່ຽນຮູບແບບການເຕີບໂຕ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປ່ຽນແປງແບບແຜນການຊີ້ນຳນຳພາ, ໃກ້ຊິດຕົວຈິງຈະມີຄວາມໝາຍຕັດສິນໃນໄລຍະພັດທະນາໃໝ່.

ສ້າງໂຄງປະກອບຮູບແບບພັດທະນາຄືນໃໝ່ ຕາມທິດ “ມີປະສິດທິຜົນ - ມີສະມັດຕະພາບ - ມີຄວາມຜາສຸກ”, ເດັດດ່ຽວຫຼຸດພົ້ນອອກຈາກຈິນຕະນາການແບບເກົ່າ. ກາວບັ່ງ ໄດ້ກຳນົດການຫັນປ່ຽນໂດຍພື້ນຖານທີ່ຖືກຕ້ອງ, ນັ້ນແມ່ນການຫັນປ່ຽນຢ່າງແຮງຈາກຮູບແບບເຕີບໂຕທີ່ອີງຕາມທຶນ ແລະ ແຮງງານເປັນສ່ວນຫຼາຍ ກາຍເປັນຮູບແບບຖືປະສິດທິຜົນ, ສະມັດຕະພາບ, ລາຍຮັບ ແລະ ຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນເປັນໄມ້ຫຼາວັດແທກຄວາມສາມາດໃນການຊີ້ນຳນຳພາ ແລະ ຄຸນນະພາບຂອງການພັດທະນາ. ນີ້ແມ່ນການຄັດເລືອກທີ່ຖືກຕ້ອງ ແລະ ຕ້ອງຢຶດໝັ້ນປະຕິບັດຕາມ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະ ແລະ ໂອ້ລົມກັບປະຊາຊົນທຸກຊັ້ນວັນນະ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ກາວບັ່ງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ການກໍ່ສ້າງທ່າອາກາດສະຍານສາກົນ ຝູກວັກ ຕ້ອງໄປຕາມທິດ ຫັນສະໜາມບິນເປັນສີຂຽວ, ເປັນດີຈີຕອນ ແລະ ມີປະສິດທິຜົນທີ່ສຸດ.

Top