ໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັ່ງ, ຕອນເຊົ້າວັນທີ 28 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະບໍລິຫານງານອົງຄະນະພັກແຂວງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Thống Nhất/TTXVN)
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ກາວບັ່ງ ແມ່ນແຂວງເຂດຊາຍແດນ, ເຂດພູສູງ, ຈຸດເລີ່ມຕົ້ນພັດທະນາຕ່ຳ, ເງື່ອນໄຂທຳມະຊາດຫຍຸ້ງຍາກ, ພື້ນຖານໂຄງລ່າງຍັງຖືກຈຳກັດ. ເພາະສະນັ້ນ, ແຕ່ລະນະໂຍບາຍຊີ້ຂາດພັດທະນາ ຕ້ອງເລີ່ມຈາກເງື່ອນໄຂພິເສດສະເພາະຂອງທ້ອງຖິ່ນ.
ກາວບັ່ງ ຕ້ອງຫັນຄວາມຫຍຸ້ງຍາກໃຫ້ກາຍເປັນກຳລັງໜູນ, ຫັນທີ່ຕັ້ງຊາຍແດນກາຍເປັນທ່າໄດ້ປຽບຍຸດທະສາດ ແລະ ຫັນຄຸນຄ່າວັດທະນະທຳ - ປະຫວັດສາດກາຍເປັນແຫຼ່ງກຳລັງພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການຫັນປ່ຽນຮູບແບບການເຕີບໂຕ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປ່ຽນແປງແບບແຜນການຊີ້ນຳນຳພາ, ໃກ້ຊິດຕົວຈິງຈະມີຄວາມໝາຍຕັດສິນໃນໄລຍະພັດທະນາໃໝ່.
ສ້າງໂຄງປະກອບຮູບແບບພັດທະນາຄືນໃໝ່ ຕາມທິດ “ມີປະສິດທິຜົນ - ມີສະມັດຕະພາບ - ມີຄວາມຜາສຸກ”, ເດັດດ່ຽວຫຼຸດພົ້ນອອກຈາກຈິນຕະນາການແບບເກົ່າ. ກາວບັ່ງ ໄດ້ກຳນົດການຫັນປ່ຽນໂດຍພື້ນຖານທີ່ຖືກຕ້ອງ, ນັ້ນແມ່ນການຫັນປ່ຽນຢ່າງແຮງຈາກຮູບແບບເຕີບໂຕທີ່ອີງຕາມທຶນ ແລະ ແຮງງານເປັນສ່ວນຫຼາຍ ກາຍເປັນຮູບແບບຖືປະສິດທິຜົນ, ສະມັດຕະພາບ, ລາຍຮັບ ແລະ ຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນເປັນໄມ້ຫຼາວັດແທກຄວາມສາມາດໃນການຊີ້ນຳນຳພາ ແລະ ຄຸນນະພາບຂອງການພັດທະນາ. ນີ້ແມ່ນການຄັດເລືອກທີ່ຖືກຕ້ອງ ແລະ ຕ້ອງຢຶດໝັ້ນປະຕິບັດຕາມ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະ ແລະ ໂອ້ລົມກັບປະຊາຊົນທຸກຊັ້ນວັນນະ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ກາວບັ່ງ.