• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຍົກອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ ຫວຽດ​ນາມ

ຫວ່າງມໍ່ໆມານີ້, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ມຸ່ງໄປເຖິງເປົ້າໝາຍນຳ ຫວຽດນາມ ບັນລຸອັນດັບໄວ້ວາງໃຈໃນ “ການລົງທຶນ” ນັ້ນ, ກະຊວງການເງິນຈະສຸມໃສ່ຜັນຂະຫຍາຍ 3 ກຸ່ມມາດຕະການຈຸດສຸມຢ່າງຄົບຊຸດ.
ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ
ກ່ອນອື່ນໝົດ ແມ່ນຜັນຂະຫຍາຍບັນດາມາດຕະການ ແລະ ນະໂຍບາຍແນໃສ່ບໍລິຫານບັນດາດັດຊະນີກ່ຽວກັບໜີ້ສິນສາທາລະນະ, ໜີ້ສິນລັດຖະບານ ແລະ ໜີ້ສິນແຫ່ງຊາດຢ່າງມີປະສິດທິຜົນ, ຮັບປະກັນຮັກສາຢູ່ໃນລະດັບຕັ້ງໜ້າ, ຕອບສະໜອງບັນດາຄາດໝາຍຕີລາຄາຈັດອັນດັບຄວາມໄວ້ວາງໃຈຂອງບັນດາອົງການຈັດຕັ້ງສາກົນ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອເປັນເສນາທິການປັບປຸງກົນໄກ, ນະໂຍບາຍຊຸກຍູ້ການເຕີບໂຕເສດຖະກິດໃນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ສົມບູນແບບ. ເມື່ອບັນດາດັດຊະນີເສດຖະກິດມະຫາພາກໄດ້ຮັບການຮັກສາໃນສະພາວະທີ່ຕັ້ງໜ້າ, ສິ່ງດັ່ງກ່າວມີຜົນກະທົບທີ່ສະດວກຕໍ່ການປັບປຸງອັນດັບໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການປະສານສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈສາກົນ ຜ່ານການສະໜອງຂໍ້ມູນຢ່າງຄົບຖ້ວນ, ທັນການ ແລະ ຈະແຈ້ງ, ຊ່ວຍໃຫ້ອົງການຈັດຕັ້ງນີ້ມີພື້ນຖານຕີລາຄາ ພື້ນຖານເສດຖະກິດ ຫວຽດນາມໃຫ້ຊັດເຈນກວ່າ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top