• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ຊີ້​ນຳ​ສະຫຼຸບ 40 ປີ ແຫ່ງ​ການ​ປ່ຽນ​ໃໝ່

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສະຫຼຸດບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບຂະບວນວິວັດແຫ່ງການປ່ຽນແປງໃໝ່ ຕາມການກຳນົດທິດສັງຄົມນິຍົມ ໃນ 40 ປີຜ່ານມາ ຢູ່ ຫວຽດນາມ (ຄະນະຊີ້ນຳສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່) ໄດ້ຈັດກອງປະຊຸມຄັ້ງທີ 4.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມ (ພາບ: TTXVN)

ເມື່ອເປັນປະທານກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາສະມາຊິກໃນຄະນະ ທີ່ໄດ້ສ້າງຮ່າງບົດສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຜ່ານ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ. ນີ້ແມ່ນເອກະສານສຳຄັນ ປະກອບສ່ວນໂດຍກົງເຂົ້າໃນການສ້າງຮ່າງບົດລາຍການການເມືອງ ໃກ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ຕ້ອງເອກະພາບຄວາມຮັບຮູ້ລວມກ່ຽວກັບສະພາບການໃໝ່ຂອງປະເທດຊາດ ພາຍຫຼັງ 40 ປີ ດຳເນີນຂະບວນການປ່ຽນແປງໃໝ່, ຈາກນັ້ນ ໄດ້ມີບັນດາການປ່ຽນແປງໃໝ່ ກ່ຽວກັບຮູບແບບ ແລະ ເນື້ອໃນບົດລາຍການ  ຢ່າງແຮງກວ່າອີກ ບົນເນື້ອໃຈຈິດໃຈແມ່ນ ຕີລາຄາຕາມຢ່າງຊັດເຈນຕາມຄວາມເປັນຈິງ ແລະ ໝາກຜົນທີ່ບັນລຸໄດ້, ຍົກອອກຈຸດອຸດຕັນຢ່າງກົງໄປກົງມາ, ພາວະວິໄສຕໍ່ການພັດທະນາຂອງປະເທດຊາດ ທີ່ຍັງ ຫຼື ແກ້ໄຂຢ່າງຊັກຊ້າ, ສືບຕໍ່ຢຶດໝັ້ນກັບພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top