• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ການ​ທູດ​ຕ້ອງ​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ

​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄຸນ​ນະ​ທາດ, ພູມ​ປັນ​ຍາ, ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ, ສະ​ຖຽນ​ລະ​ພາບ​, ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທານພິທີມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ (ພາບ: TTXVN  

ຕອນ​ບ່າ​ຍ​ວັນ​ທີ 28 ເມ​ສາ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຜູ້​ອຳ​ນາດ​ເຕັມ​ແຫ່ງ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ 5 ທ່ານ.

ທີ່​ພິ​ທີມອບ​ຂໍ້​ຕົກ​ລົງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄຸນ​ນະ​ທາດ, ພູມ​ປັນ​ຍາ, ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ, ສະ​ຖຽນ​ລະ​ພາບ​, ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ວຽກ​ງານ​ການ​ທູດ​ຕ້ອງຕິດ​ພັນ​ກັບ​ວິ​ວັດ​ການ​ພັດ​ທະ​ນາ, ເປີດ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ບັນ​ດາ​ກຳ​ລັງ​ແຮງ​ພາຍນອກ, ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ​ຊາດ. ທ່ານ​ໃຫ້​ຮູ້​ວ່າ:

ເສັ້ນ​ທາງ​ການ​ທູດ​ຂອງ​ພວກ​ເຮົາ​ແມ່ນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບ​ແບບ, ຫຼາຍ​ຝ່າຍ, ເປັນ​ເພື່ອນ​ມິດ ແລະ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ດັ່ງ​ນັ້ນ, ຕ້ອງ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລ​ິ​ກ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຄູ່​ຮ່ວມ​ມື​ໃຫຍ່, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເພື່ອນ​ມິດ​ມີ​ມາ​ແຕ່​ດົນ​ນານ. ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ຄັນ​ທີ່​ສຸດ, ບໍ່​ປະ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ຜິດ​ຍຸດ​ທະ​ສາດ​ໃນ​ສະ​ພາບ​​ການ​ແກ້ງ​ແຍ້ງ​ຢ່າງ​ຮ້າຍ​ແຮງ​ຄື​ໃນ​ປັດ​ຈຸ​ບັນ, ຕ້ອງ​ຢຶດ​ໝັ້ນ​ຕໍ່​ເສັ້ນ​ທາງ​ກໍ່​ສ້າງ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ຮັກ​ສາ​ການ​ສົນ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຄ່ອງ​ແຄ້ວ, ພ້ອມ​ທັງ​ຢຶດ​ໝັ້ນ​ຕໍ່​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອ​ບ​ທຳ​ຂອງ​ຫວຽດ​ນາມ.

ແຫຼ່ງຄັດຈາກ VOV)

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມ​ຂໍ້​ມູນ​ຈາກ Companies Market Cap ແລ້ວ, ຄູນ​ຄ່າ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ Vingroup ປັດ​ຈຸ​ບັນ​ຢືນ​​ອັນ​ດັບ​ທີ 4 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດ​ຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore).

Top