• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ແລະ ເຮັດ​ວຽກ​ຢູູ່​ຈີນ ມີ​ຄວາມ​ໝາຍ​ສຳ​ຄັນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 16 ຂອງ WEF (ກອງປະຊຸມ Davos ລະດູຮ້ອນ), ທີ່ຈະຈັດຂຶ້ນຢູ່ນະຄອນ Tianjin ແລະເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມແທັງບິ່ງ

ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສປ.ຈີນ Li Qiang ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານເວທີປາໄສເສດຖະກິດ ໂລກ (WEF), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 16 ຂອງ WEF (ກອງປະຊຸມ Davos ລະດູຮ້ອນ), ທີ່ຈະຈັດຂຶ້ນຢູ່ນະຄອນ Tianjin  ແລະເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມແທັງບິ່ງແລ້ວ, ເລື່ອງນາຍົກລັດຖະມົນຕີ ຫວຽດນາມເຂົ້າຮ່ວມກອງປະຊຸມ, ຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງບົດບາດ, ຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ, ເປັນເຈົ້າການປະກອບສ່ວນເຂົ້າໃນບັນດາການແລກປ່ຽນ, ປຶກສາຫາລືຊອກຫາມາດຕະການໃຫ້ແກ່ບັນດາບັນຫາເສດຖະກິດ, ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ; ກຳແໜ້ນບັນດາບັນຫາ, ທ່າອ່ຽງໃໝ່ຂອງເສດຖະກິດໂລກ… ຜ່ານການພົບປະກັບວົງການການນຳ, ວົງການນັກວາງແຜນນະຍບາຍ ແລະ ປະຊາຄົມວິສາຫະກິດທົ່ວໂລກ, ຫວຽດນາມ ໄດ້ສົ່ງສານກ່ຽວກັບນະໂຍບາຍ, ແຜນນະໂຍບາຍຂອງພັກ ແລະ ລັດ, ສ້າງສັນ ແລະ ຊຸກຍູ້ໂອກາດຮ່ວມມືກັບບັນດາລັດຖະບານ, ວິສາຫະກິດຮັບໃຊ້ບັນດາເປົ້າໝາຍພັດທະນາຂອງປະເທດຊາດ, ໃນສະເພາະໜ້າແມ່ນການຮັບມືກັບການຜັນແປທີ່ສັບສົນຂອງການຄ້າທົ່ວໂລກ.

    ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະມີຫຼາຍກິດຈະກຳສຳຄັນຢູ່ກອງປະຊຸມ ແລະ ເຮັດວຽກຢູ່ ຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມດ້ວຍຖານະເປັນແຂກຖືກເຊີນພິເສດຂອງວາລະໂອ້ລົມສົນທະນານະໂຍບາຍກັບປະທານ WEF Tianjin , ກ່າວຄຳເຫັນຢູ່ວາລະປຶກສາຫາລື: “ສະຕະວັດຂອງອາຊີ ພວມປະສົບກັບສິ່ງທ້າທາຍ”, ແລະ ເຂົ້າຮ່ວມວາລະໄຂກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top