• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລືອກ​ເອົາ​ຜູ້​ມີ​ຄຸນ​ສົມ​ບັດ ແລະ ຄວາມ​ເກັ່ງ​ກ້າ​ສາ​ມາດ​ ເພື່ອ​ແບກ​ຫາບ​ວຽກ​ງານ​ຂອງ​ລັດ

ທ່ານສາດສະດາຈານ, ປ.ອ ເລວັນອຽນ ສັງກັດສຳນັກພິມຈຳໜ່າຍ ການເມືອງແຫ່ງຊາດ ຊື້ເທິດ ຖືວ່າ ສິ່ງຫຼັກແຫຼ່ງ ແລະ ມີລັກສະນະຕັດສິນຊີ້ຊາດ, ລຸລ່ວງນັ້ນແມ່ນບຸກຄະລາກອນ, ແມ່ນຖັນແຖວພະນັກງານການນຳຫຼັກແຫຼ່ງທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ແລະ ອິດທິພົນຊື່ສຽງຢ່າງພຽງພໍ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ຈະດຳເນີນແຕ່ວັນທີ 25 ມັງກອນ 2021 ຮອດ ວັນທີ 2 ກຸມພາ 2021, ຢູ່ນະຄອນຫຼວງຮ່າໂນ້ຍ. ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 13, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ອາຍຸການໃໝ່ ດ້ວຍຖັນແຖວພະນັກງານທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີວິໄສທັດຍຸດທະສາດ, ມີຈິນຕະນາການປ່ຽນແປງໃໝ່, ປະດິດຄິດສ້າງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ມີສະມາຊິກພັກ, ປະຊາຊົນຫຼາຍຄົນໄດ້ຢັ້ງຢືນວ່າ ການກະກຽມບຸກຄະລາກອນໃຫ້ແກ່ອາຍຸການຊຸດໃໝ່ແມ່ນສຳຄັນທີ່ສຸດ ແລະ ໃນຄັ້ງນີ້ ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືຢ່າງມີປະຊາທິປະໄຕ, ລະອຽດ, ລົງມະຕິດ້ວຍຄວາມເຫັນດີເປັນເອກະພາບສູງ. ທ່ານ ຫງວຽນແມັ້ງທັ໊ງ ສະມາຊິກພັກ, ຢູ່ເມືອງຮ່ວາງມາຍ, ຮ່າໂນ້ຍຖືວ່າ:

        ການກະກຽມຢ່າງມີແບບມີແຜນ, ມີວິທະຍາສາດ, ເຂັ້ມງວດ ແລະ ການຄັດເລືອກພະນັກງານທີ່ດີທີ່ສຸດໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງຂອງສູນກາງ, ກົມການເມືອງ, ຄະນະເລຂາສູນກາງພັກໃນການກໍ່ສ້າງ, ປັບປຸງພັກ. ພະນັກງານແມ່ນກົກເຄົ້າຂອງວຽກງານທຸກຢ່າງ. ມີພະນັກງານທີ່ມີຄຸນນະພາບ ເພື່ອປະຊາຊົນ, ກ້າຄິດກ້າທຳ, ຈິ່ງນຳມາເຊິ່ງການປ່ຽນແປງໃໝ່ ແລະ ໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ພາລະກິດສ້າງສາປະເທດຊາດ.

        ທ່ານສາດສະດາຈານ, ປ.ອ ເລວັນອຽນ ສັງກັດສຳນັກພິມຈຳໜ່າຍ ການເມືອງແຫ່ງຊາດ ຊື້ເທິດ ຖືວ່າ ສິ່ງຫຼັກແຫຼ່ງ ແລະ ມີລັກສະນະຕັດສິນຊີ້ຊາດ, ລຸລ່ວງນັ້ນແມ່ນບຸກຄະລາກອນ, ແມ່ນຖັນແຖວພະນັກງານການນຳຫຼັກແຫຼ່ງທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ແລະ ອິດທິພົນຊື່ສຽງຢ່າງພຽງພໍ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top