• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມ​ຈັດ​ການ​ແຂ່ງ​ຂັນ​​ເຕະ​ບານຊີງຂັນ AFF Cup 2022

AFF Cup 2022 ໄດ້ດຳເນີນແຕ່ວັນທີ 20 ທັນວາ ຫາວັນທີ 15 ມັງກອນ 2023 ຈຶ່ງອັດລົງ. ງານແຂ່ງຂັນດັ່ງກ່າວມີທັງໝົດ 10 ທິມທີ່ມາຈາກບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ແບ່ງເປັນ 2 ສາຍ, ແຕ່ລະສາຍມີ 5 ທິມ.
  ປະເທດເຈົ້າພາບ ກຳປູເຈຍ ຍາດໄດ້ໄຊຊະນະຕໍ່ຟີລິບປິນດ້ວຍ 3 ປະຕູ ຕໍ່ 2 (ພາບ: sggp.org.vn)  

ຕອນຄ່ຳວັນທີ 20 ທັນວາ, ໃນການແຂ່ງຂັນນັດທຳອິດ ຂອງມື້ໄຂງານແຂ່ງຂັນເຕະບານຊີງລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້ (AFF Cup 2022) ຖືກດຳເນີນຢູ່ສະໜາມກິລາ Morodok Techo (ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ) ຂອງສາຍ A, ປະເທດເຈົ້າພາບ ກຳປູເຈຍ ຍາດໄດ້ໄຊຊະນະຕໍ່ຟີລິບປິນດ້ວຍ 3 ປະຕູ ຕໍ່ 2. ໃນນັດແຂ່ງຂັນທີ 2 ທີ່ດຳເນີນຢູ່ສະໜາມກິລາ Kuala Lumpur ປະເທດ ມາເລເຊຍ, ທິມຄອງແຊັມ ໄທ - ກໍ່ເອົາຊະນະຕໍ່ ບຣູໄນ ດ້ວຍ 5 ປະຕູຕໍ່ 0.

AFF Cup 2022 ໄດ້ດຳເນີນແຕ່ວັນທີ 20 ທັນວາ ຫາວັນທີ 15 ມັງກອນ 2023 ຈຶ່ງອັດລົງ. ງານແຂ່ງຂັນດັ່ງກ່າວມີທັງໝົດ 10 ທິມທີ່ມາຈາກບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ແບ່ງເປັນ 2 ສາຍ, ແຕ່ລະສາຍມີ 5 ທິມ. ທິມບານເຕະແຫ່ງຊາດ ຫວຽດນາມ ຢູ່ສາຍ B ພ້ອມກັບທິມ ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ. ສາຍ A  ລວມມີ ໄທ, ອິນໂດເນເຊຍ, ຟີລິບປິນ, ກຳປູເຈຍ ແລະ ບຣູໄນ.

ທິມບານເຕະແຫ່ງຊາດ ຫວຽດນາມ ຈະແຂ່ງຂັນ 2 ນັດຢູ່ເດີ່ນໂຕເອງກັບ ມາເລເຊຍ ໃນວັນທີ 27 ທັນວາ ແລະ ມຽນມາ ໃນວັນທີ 3 ມັງກອນ 2023, ຈະເປັນແຂກໄປຢາມເຕະກັບທິມຊາດລາວ ຢູ່ສະໜາມກິລາແຫ່ງຊາດລາວ ໃນວັນທີ 21 ທັນວາ 2022 ແລະ ສິງກະໂປ ໃນວັນທີ 30 ທັນວາ 2022.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ວັນ​ທີ 09 ເມ​ສາ, ຄະ​ນະ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອັນ ໄດ້​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ໃນ​ສະ​ພາບ​ການ​ປະ​ເທດ​ນີ້​ພວມ​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ທາງ​​ທະ​ຫານ​ໃນຫຼາຍ​ສະ​ໜາມ​ຮົບ.

Top