• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ໂຕເລີມ ເຈລະຈາກັບປະທານາທິບໍດີ ເບລາຣຸດ Lukashenko

ວັນທີ 12 ພຶດສະພານີ້, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດເບລາຣຸດ, ຢູ່ນະຄອນຫຼວງ Minsk, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ທຳນຽບເອກະລາດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການເຈລະຈາກັບປະທານາທິບໍດີເບລາຣຸດ A. Lukashenko.

ທ່ານເລຂາທິການໃຫຍ່ ໂຕເລີມ ເຈລະຈາກັບປະທານາທິບໍດີ ເບລາຣຸດ Lukashenko

ທີ່ການພົບປະເຈລະຈາ, ການນຳ 2 ທ່ານ ຢືນຢັນເຖິງຄວາມສຳຄັນຂອງການຮັກສາການຕິດຕໍ່ພົວພັນໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ພ້ອມທັງເນັ້ນໜັກເຖິງການ ຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ດ້ວຍບັນດາມາດຕະການທີ່ເໝາະສົມ ກັບ ສະພາບການ ແລະ ເງື່ອນໄຂຂອງແຕ່ລະປະເທດ.

ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືຈາກສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີລົບ (EAEU), ເຊິ່ງ ເບລາຣຸດ ເຂົ້າເປັນສະມາຊິກ. ທ່ານເລຂາທິການໃຫຍ່ ໂຕເລີມໄດ້ສະເໜີໃຫ້ ເບລາຣຸດ ສົມທົບກັນຄົ້ນຄວ້າບັນດາມາດຕະການອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານທະເລ, ຝຸ່ນກະເສດອອກສູ່ຕະຫຼາດເຊິ່ງກັນ ແລະ ກັນ, ເຮັດໃຫ້ການນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດເພີ່ມຂຶ້ນ.

  2 ຝ່າຍກໍ່ເຫັນດີເປັນເອກະພາບບັນດາ ມາດຕະການສຳຄັນເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື:ເຕັກໂນໂລຊີຂໍ້ມູນຂ່າວສານ,  ການຫັນເປັນດີຈີຕອນ, ການສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນໃນຂົງເຂດວິທະຍາສາດ ພື້ນຖານ, ວັດທະນະທຳ, ສິລະປະ ແລະ ກິລາ, ການຄົ້ນຄວ້າວິທະຍາສາດ; ຢືນຢັນວ່າ 2 ຝ່າຍໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນສາມັນມີຜົນສັກສິດແຕ່ວັນທີ 30 ມັງກອນ 2025 ແລະ ການຈັດຕັ້ງບັນດາໂຄງການຮ່ວມມືດ້ານວັດທະນະທຳຈະສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນໃນໄລຍະຈະມາເຖິງ.

    ໃນຂອບເຂດຫຼາຍຝ່າຍ, 2 ຝ່າຍໄດ້ເຫັນດີສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ. ທ່ານເລຂາທິການໃຫຍ່ ໂຕເລີມ ຮຽກຮ້ອງ ເບລາຣຸດ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງການແກ້ ໄຂການຂັດແຍ້ງກັນໂດຍ ສັນຕິວິທີ, ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

    ພາຍຫຼັງການເຈລະຈາ, ການນຳສອງທ່ານໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ແລະ ເປັນສັກຂີພິຍານພິທີມອບຮັບບັນດາເອກະສານຮ່ວມມືໃນຂົງເຂດປ້ອງກັນປະເທດ, ວິທະຍາສາດ ແລະ ເຕັກໂນໂລຢີ, ຍຸຕິທຳ, ສາທາລະນະສຸກ, ວັດທະນະທຳ, ວິທະຍຸກະຈາຍສຽງ ແລະ ການພົວພັນແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ”. ສິ່ງ​ດັ່ງ​ກ່າວ ໂດຍ​ທ່ານ ດັ້ງ​ຮ​ວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU), ຢູ່ Istanbul (ຕວັກ​ກີ)

Top