• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ເຈື່ອງຈີງ, ນັກທິດສະດີທີ່ດີເດັ່ນ, ການນຳປີຊາສາມາດ, ບຸກຄະລິກພາບໃຫຍ່ຂອງການປະຕິວັດ ຫວຽດນາມ


ພາບ​ເອ​ກະ​ສານ
 
      ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລ​ຂາ​ທິ​ກາ​ນ​ໃຫ​ຍ່ ເຈື່ອງ​ຈີງ (9/2/1907 – 9/2/2017), ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ມີ​ບົດ​ຂຽນ​ທີ່ລົງ​ພິມ​ໃນ​ໜ້າ​ຫຼັກ​ຂອງ​ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ສຽງ​ຂອງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ດ້ວຍ​ຫົວ​ຂໍ້​ວ່າ “ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈ​ີງ - ນັກ​ທິດ​ສະ​ດີ​ທີ່​ດີ​ເດັ່ນ, ການ​ນຳ​​ທີ່ປີ​ຊາ​ສາ​ມາດ, ​ບຸກ​ຄະ​ລິກ​ພາບ​ໃຫຍ່ຂອງ​ການ​ປະ​ຕິ​ວັດ​ ຫວຽດ​ນາມ”. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈີງ, ​ນັກ​ກອມ​ມູ​ນິດ​ຜູ້​ອົງ​ອາດ​ກ້າ​ຫານ​ທີ່​ເປັນ​ແບບ​ຢ່າງ, ນັກ​ທິດ​ສະ​ດີ​ທີ່​ປິ​ຊາ​ສາ​ມາດ, ການ​ນຳ​ຜູ້​ດີ​​ເລີດ, ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລູກ​ສິດ​ດີ​ເດັ່ນ​ ແລະ ຜູ້​ຮ່ວມ​ງານ​ທີ່​ໃກ້​ຊິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ແບບ​ຢ່າງ​ກ່ຽວ​ກັບ​ລັກ​ສະ​ນະເປັນຫຼັກ​ການ ແລະ ​ການ​ຈັດ​ຕັ້ງລະ​ບຽບ​ວິ​ໄນ, ແມ່ນ​ພຸມ​ປັນ​ຍາ​​ໃຫຍ່​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ, ໄດ້​ອຸ​ທິດ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ພາລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພາບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເພີ່​ມ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ເມື່ອ​​ລວມ​ອາ​ຍຸ 81ປີ, 63 ປີ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຢ່າງ​ຕໍ່​ເນື່ອງ​ຂອງ​ທ່ານ​ແມ່ນ​ຕິດ​ພັນ​ກັບ​ໄລ​ຍະ​ທາງ​ຕໍ່​ສູ້​ອັນ​ທຸກ​ຍາກ​ລຳ​ບ​າກ​​ທີ່​ສຸດ. ແຕ່ກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າ​ງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ເພື່ອ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈີງ ແມ່ນ​ໂອ​ກາດ​ເພື່ອ​ຫວນ​ຄືນ, ອາ​ໄລ​ຫາ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຄຸນ​ງາມ​ຄວາມ​ດີ, ການ​ປະ​ກອບ​ສ່ວນ​ຂອງ​ເພີ່ນ​ຕໍ່​ການ​ປະ​ຕິ​ວັດ ຫວຽດ​ນາມ. ໃນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ພວ​ມມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ​ຊ້ອນ​ແຝງບັນ​ດາ​ປັດ​ໄຈ​ຂາດ​ສ​ະ​ຖຽນ​ລະ​ພາບ, ຍາ​ກ​ທີ່​ຂາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​, ສະ​ພາບກ​າ​ນ​ພ​າຍ​ໃນ​ປະ​ເທດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ຫວຽດ​ນາມ ຍ​ູ້​ແຮງ​ພາ​ລະ​ກິດປ່ຽນ​ໃໝ່​ຢ່າງ​ຄົບ​ຊຸດ, ​ຮອບ​ດ້ານ, ຮັກ​ສາ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ, ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວ​ງ​ກ່​ວາ​ອີກ, ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ​ສະ​ຫງ່າ​ລາ​ສີດີ​ງາມ​ຂອງ​ປະ​ເທດ​ຊາດ, ​ກ້າວ​ຂ​ຶ້ນ​​ສັງ​ຄົມ​ນິຍົມຢ່າງ​ໝັ້ນ​ຄົງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top