• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະບັນດາສະມາຊິກສະພາແຫ່ງຊາດຍິງ

      ຕອນບ່າຍວັນທີ 08 ມິຖຸນາ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ມີການພົບປະກັບບັນດາສະມາຊິກສະພາແຫ່ງຊາດຍິງ ຊຸດທີ XIV.
ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະບັນດາສະມາຊິກສະພາແຫ່ງຊາດຍິງ - ảnh 1
ເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະບັນດາສະມາຊິກສະພາແຫ່ງຊາດຍິງ
      ໂດຍມີຜູ້ເຂົ້າຮ່ວມຄື: ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ທ່ານນາງ ເຈືອງທິມາຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າໃນອາຍຸການສະພາແຫ່ງຊາດຊຸດທີ XIV (2016-2018), ມີສະມາຊິກສະພາແຫ່ງຊາດຍິງ 132 ຄົນ, ກວມເອົາ 26% ຂອງຈຳນວນສະມາຊິກສະພາແຫ່ງຊາດທັງໝົດ, ແມ່ນອັດຕາສ່ວນສູງພໍສົມຄວນເມື່ອທຽບໃສ່ບັນດາປະເທດໃນທົ່ວໂລກ ແລະ ພາກພື້ນ. ທ່ານ ເລຂາທິການໃຫຍ່ ຮຽກຮ້ອງໃຫ້ສະພາແຫ່ງຊາດຄວນຖືເປັນສຳຄັນ ແລະ ເອົາໃຈໃສ່ກວ່າອີກ, ເພີ່ມອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງ, ພ້ອມທັງກຸ່ມສະມາຊິກສະພາແຫ່ງຊາດຍິງ ສືບຕໍ່ມີບັນດາຮູບການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ມີຄຸນນະພາບກວ່າອີກ. ເລຂາທິການໃຫຍ່ ສະແດງຄວາມເຊື້ອໝັ້ນວ່າບັນດາສະມາຊິກສະພາແຫ່ງຊາດຍິງດ້ວຍຄວາມພະຍາຍາມ, ບົດຮຽນ, ພູມປັນຍາ ແລະ ຄວາມຮັບຜິດຊອບຈະສືບຕໍ່ປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ການຄື່ອນໄຫວຂອງສະພາແຫ່ງຊາດກວ່າອີກ, ເຮັດຫຼ້ອນໜ້າທີ່ຮັບຜິດຊອບຂອງຜູ້ຕາງໜ້າປະຊາຊົນ.

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top