• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາປະເທດມະຫາອຳນາດນິວເຄຼຍປະຕິບັດຄຳໝັ້ນສັນຍາ

ປະຈຸບັນ ແມ່ນໄລຍະເວລາບັນດາປະເທດມີອາວຸດນິວເຄຼຍໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການບໍ່ນຳໃຊ້ອາວຸດນິວເຄຼຍກ່ອນ (NFU), ບໍ່ນຳໃຊ້ ຫຼື ນາບຂູ່ບັນດາປະເທດບໍ່ມີອາວຸດນິວເຄຼຍ. ທ່ານໄດ້ຊີ້ແຈ້ງວ່າ, ຖ້າຫາກບໍ່ມີປະເທດໃດນຳໃຊ້ນິວເຄຼຍນັ້ນຈະບໍ່ມີສົງຄາມນິວເຄຼຍ.

ປະຈຸບັນ ແມ່ນໄລຍະເວລາບັນດາປະເທດມີອາວຸດນິວເຄຼຍໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການບໍ່ນຳໃຊ້ອາວຸດນິວເຄຼຍກ່ອນ (NFU), ບໍ່ນຳໃຊ້ ຫຼື ນາບຂູ່ບັນດາປະເທດບໍ່ມີອາວຸດນິວເຄຼຍ. ທ່ານໄດ້ຊີ້ແຈ້ງວ່າ, ຖ້າຫາກບໍ່ມີປະເທດໃດນຳໃຊ້ນິວເຄຼຍນັ້ນຈະບໍ່ມີສົງຄາມນິວເຄຼຍ.

    

ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Kyodo/ TTXVN)

ວັນທີ 8 ສິງຫາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດມີອາວຸດນິວເຄຼຍ ປະຕິບັດຕາມຄຳໝັ້ນສັນຍາບໍ່ບຸກໂຈມຕີນາບຂູ່ດ້ວຍອາວຸດປະລະມານູ, ພ້ອມທັງກ່າວເຕືອນວ່າ ການຊ່ວງເສັງດ້ານອາວຸດນິວເຄຼຍໄດ້ກັບຄືນມາໃນສະພາບຄວາມເຄັ່ງຕຶງສາກົນນັບມື້ນັບເພີ່ມຂຶ້ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານ Guterres ຢັ້ງຢືນວ່າ: ປະຈຸບັນ ແມ່ນໄລຍະເວລາບັນດາປະເທດມີອາວຸດນິວເຄຼຍໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການບໍ່ນຳໃຊ້ອາວຸດນິວເຄຼຍກ່ອນ (NFU), ບໍ່ນຳໃຊ້ ຫຼື ນາບຂູ່ບັນດາປະເທດບໍ່ມີອາວຸດນິວເຄຼຍ. ທ່ານໄດ້ຊີ້ແຈ້ງວ່າ, ຖ້າຫາກບໍ່ມີປະເທດໃດນຳໃຊ້ນິວເຄຼຍນັ້ນຈະບໍ່ມີສົງຄາມນິວເຄຼຍ.

        ຜູ້ນຳ ສປຊ ກໍ່ເນັ້ນໜັກວ່າ: ປະຈຸບັນ, ຢູ່ໃນໂລກມີລະເບີດນິວເຄຼຍປະມານ 13.000 ລູກ ກໍ່ຄືບັນດາບ້ວງເງິນລົງທຶນທີ່ໃຫຍ່ຫຼວງເພື່ອຫັນສາງອາວຸດນິວເຄຼຍເປັນທັນສະໄໝ. ທ່ານຖືວ່າ ຄວນຢຸດຕິການກະທຳ ແລະ ນຳໃຊ້ບ້ວງເງິນດັ່ງກ່າວເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານຄວາມທຸກຍາກ, ອຶດຫິວ, ແກ້ໄຂບັນດາຄວາມຕ້ອງການຂອງປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ທອງລຸນ ສີສຸດລິດ ຈະນຳໜ້າຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັດປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28 – 30 ເມສາ 2025;

Top