ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດພົບປະສັງສັນກັບຜູ້ຕາງໜ້າຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
ທີ່ການພົບປະສັງສັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບຟັງ, ຮັບຮູ້, ຮັບເອົາບັນດາຄຳຄິດເຫັນກົງໄປກົງມາຂອງບັນດາສະມາຊິກຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຜ່ານນັ້ນ ກຳໄດ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ. ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ບົດບາດສຳຄັນຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມສາມັກຄີສາກົນ, ຍາດແຍ່ງເອົາການສະໜັບສະໜູນ, ຄວາມສາມັກຄີຊ່ວຍເຫຼືອຂອງບັນດາປະເທດໃນໂລກຢ່າງສຸດຂີດ, ດ້ວຍຈິດໃຈ ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນປະຊາຄົມສາກົນ.

ທີ່ການພົບປະສັງສັນ (ພາບ: TTXVN)
ກ່ຽວກັບບັນຫາຄວາມເສລີໃນການເຫລື້ອມໃສສາສະໜາ, ທ່ານເລຂາທິການໃຫຍ່, ປະທານປະເທດຢືນຢັນວ່າ: ພັກ, ລັດຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາສາສະໜາພັດທະນາຢ່າງເສລີ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ຄວນກຳແໜ້ນທັດສະນະ, ແນວທາງຍຸດທະສາດຍາວນານຂອງພັກ, ລັດ. ນັ້ນແມ່ນຄວາມຢຶດໝັ້ນຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ, ແຕ່ຕ້ອງມີວິທີການປະຕິບັດຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບເພື່ອພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)