• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech HunSen

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດ
ຖະມົນຕີລາຊະອານາຈັກກຳປູເຈຍ Samdech HunSen
           ຕອນ​ບ່າຍ​ວັນ​ທີ 20/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​​ໄດ້ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍ​ທ່ານ Samdech Hun Sen ນາຍົກ​ລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳ​ປູ​ເຈຍ ນຳ​ໜ້າ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນຖານບ້ານ​ໃກ້​ເຮືອນ​ຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນ​ຄົງຍາວ​ນານ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ເຊິ່ງ​ໄດ້ນຳ​ມາ​​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ; ສະ​ແດງຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ສະໜັບສະໜູນ, ການຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ເຊິ່ງພັກ​ປະຊາຊົນ ກຳປູ​ເຈຍ, ລັດຖະບານ​ແຫ່ງ​ລາຊະ​ອານາຈັກ ​ແລະ ປະຊາຊົນ ກຳປູ​ເຈຍ ​ໄດ້ສະຫງວນ​ໃຫ້ ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ເຕົ້າ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ເລຂາທິການ​ໃຫຍ່​ສະ​​ເໜີ​ທ່ານ​ນາຍົກລັດຖະມົນຕີ Hun Sen ສືບ​ຕໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ ​ແລະ ພໍ່​ແມ່​ປະຊາຊົນ​ ກຳປູ​ເຈຍ ​ເຊື້ອສາຍ ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ແລະ ພໍ່​ແມ່​ປະຊາຊົນ ກຳປູ​ເຈຍ ​ເຊື້ອສາຍ ຫວຽດນາມ ດຳລົງ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ປະກອບສ່ວນ​ສ້າງສາ​ປະ​ເທດ ກຳປູ​ເຈຍ ​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​.
        ສ່ວນ​ທ່ານ Hun Sen ກໍ່ສະ​ແດງ​ຄວາມ​ປິ​ຕິ​ຊົ​ມຊື່ນ​​ໄດ້ມາ​ຢ້ຽມຢາມ ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ ​ເປັນ​ແກ່ນສານ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​​ເຊິ່ງຕໍ່ການ​ສະໜັບສະໜູນ​ຊ່ວຍ​ເຫຼືອຢ່າງ​ໃຫຍ່​ຫລວງ, ລ້ຳ​ຄ່າ, ​ເປັນ​ທຳ ປອດ​ໃສ, ທັນ​ການ​ມີ​ປະສິດທິ​ຜົນ ​ເຊິ່ງ ຫວຽດນາມ ສະຫງວນ​ໃຫ້ ກຳປູ​ເຈຍ ​ໃນ​ພາລະກິດ​ປົດ​ປ່ອນ​ຊາດ, ກູ້​ຊາດ ​ແລະ ປະຊາຊົນ​ ກຳປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກລະບອບດັບ​ດູ​ນ​ເຊື້ອ​ຊາດ, ສະກັດ​ກັ້ນ​ລະບອບດັບ​ສູນ​ເຊື້ອ​ຊາດກັບ​ຄືນ​ມາ ກໍ່​ຄື​ໃນ​ພາລະກິດປອງ​ດອງ​ຊາດ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ Hun Sen ຢືນຢັນ​ວ່າ: ​ເຖິງ​ວ່າ​ສະພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ແນວ​ໃດ​ກໍ່ຕາມ ​ແຕ່ການ​ພົວພັນ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ ກໍ່​ບໍ່​ອາດ​​ປ່ຽນ​ແປງ​ໄດ້. ການ​ນຳ 2 ທ່ານ​ຖື​ວ່າ: 2 ປະ​ເທດ​​​ແມ່ນບ້ານ​ໃກ້​ເຮືອນ​ຄຽງກັນ ສະ​ນັ້ນຄວນ​ມີ​ການ​ພົວພັນ​ສາມັກຄີ, ສະໜິດຕິດ​ພັນກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ 2 ປະ​ເທດ ​ແລະ ​ເພື່ອ​ການ​ພັດທະນາ​ຂອງ 2 ປະ​ເທດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top