• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາຄະນະພັກນະຄອນຮ່າໂນ້ຍ: ປະຕິບັດສະພາບປົກກະຕິໃໝ່ ເມື່ອຄວບຄຸມໂລກລະບາດໂຄວິດ - 19 ໄດ້ແລ້ວ

      ທ່ານ ດິງຕຽນຢຸງ ເນັ້ນໜັກເຖິງຄວາມສຳຄັນຕ້ອງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດຢ່າງແຮງ ແລະ ໃຫ້ຮູ້ວ່າ ນະຄອນຈະຈັດກອງປະຊຸມສົນທະນາ ກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ.
ທ່ານ ດິງຕຽນຢຸງ ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະນອນຮ່າໂນ້ຍ
(ພາບ: baochinhphu.vn)
      ຮ່າໂນ້ຍຕັດສິນໃຈປະຕິບັດການຊີ້ນຳຂອງ ສູນກາງພັກ ກ່ຽວກັບການສ້າງສະພາບປົກກະຕິໃໝ່ ຢ່າງ ເຂັ້ມງວດ ແລະ ມີປະສິດທິຜົນພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້, ນະຄອນຈະປະຕິບັດເທື່ອລະກ້າວ, ມີຄວາມລະມັດລະວັງ ບົນຈິດໃຈການກັບມາເຄື່ອນໄຫວຄືນໃໝ່ເປີດຄືນຢ່າງມີລະບຽບຮຽບຮ້ອຍ, ມີຫຼັກການເພື່ອປົກປ້ອງຄວາມປອດໄພໃຫ້ແກ່ນະຄອນ ແລະ ຟື້ນຟູການພັດທະນາເສດຖະກິດ, ສັງຄົມ. ນັ້ນແມ່ນຄຳຢັ້ງຢືນຂອງ ທ່ານ ດິງຕຽນຢຸງ ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະນອນຮ່າໂນ້ຍ ໃນການເຮັດວຽກ ລະຫວ່າງ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ກັບອົງການຕ່າງໆຂອງນະຄອນ ກ່ອນການຈັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV ທີ່ດຳເນີນໃນວັນທີ 14 ຕຸລາ.
ທ່ານ ດິງຕຽນຢຸງ ເນັ້ນໜັກເຖິງຄວາມສຳຄັນຕ້ອງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດຢ່າງແຮງ ແລະ ໃຫ້ຮູ້ວ່າ ນະຄອນຈະຈັດກອງປະຊຸມສົນທະນາ ກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ. ທ່ານກ່າວວ່າ:
      ພວກຂ້າພະເຈົ້າສືບຕໍ່ກຳໄດ້ຜົນກະທົບ, ສະພາບຄວາມຫຍຸ້ງຍາກຂອງ ວິສາຫະກິດ, ປະຊາຊົນ, ແຕ່ລະຕາແສງ, ເທດສະບານ, ເມືອງ ຢ່າງຄົບຖ້ວນ, ຮອບດ້ານ ແລະ ເລິກເຊິ່ງ ເພື່ອສ້າງແຜນພັດທະນາເສດຖະກິດ ສັງຄມ, ຜະລິດ, ດຳເນີນທຸລະກິດ ທັງເປັນເຈົ້າການ ປ້ອງກັນ, ຕ້ານໂລກລະບາດ ຢ່າງຖືກຕ້ອງຕາມທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ແລະ ກັບຄືນສູ່ສະພາບປົກກະຕິໃໝ່ໂດຍໄວ.”
(ແຫຼ່ງຄັດຈາກ VOV)

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ໃນ​ຂອບ​ເຂດ AMNC 2026, ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ 7 ​ວາ​ລະ​ປະ​ຊຸມ ແລະ ກິດ​ຈະ​ກຳທາງ​ການ​ຂອງກອງ​ປະ​ຊຸມ, ໂດຍສຸມ​ໃສ່​​ບັນ​ດາ​ຫົວ​ຂໍ້​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກໍ່​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຕໍ່​ການ​ເຕີບ​ໂຕ​ທົ່ວ​ໂລກ.

Top