• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຢຍລະມັນ ກ່າວເຕືອນ ເອີລົບ ບໍ່ຄວນ “ເມີນເສີຍ” ຕໍ່ຄວາມເຄັ່ງຕຶງປີ່ນອ້ອມບັນຫາ ໄຕ້ຫວັນ (ຈີນ)

ເອີລົບ ຕ້ອງຮັກສາການພົບປະແລກປ່ຽນຢ່າງແໜ້ນແຟ້ນກັບ ປັກກິ່ງ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຄ້າໃຫຍ່ສຸດຂອງສະຫະພາບ ເອີລົບ
  ທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock (ພາບ: scmp.com)  

ວັນທີ 13 ເມສາ ຢູ່ ປັກກິງ, ກ່າວຄຳເຫັນໃນການຢ້ຽມຢາມ ຈີນ, ທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ໄດ້ຍົກອອກຄຳກ່າວເຕືອນວ່າ ເອີລົບ ບໍ່ຄວນ “ເມີນເສີຍ” ຕໍ່ບັນດາຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ໄຕ້ຫວັນ (ຈີນ), ຍ້ອນບັນຫາດ້ານການທະຫານມີຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ພາກພື້ນຈະພາໄປເຖິງ “ສະພາບການທີ່ບໍດີ” ຕໍ່ພື້ນຖານເສດຖະກິດທົ່ວໂລກ.

ທ່ານນາງ Annalena Baerbock ຖືວ່າ, ເອີລົບ ຕ້ອງຮັກສາການພົບປະແລກປ່ຽນຢ່າງແໜ້ນແຟ້ນກັບ ປັກກິ່ງ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຄ້າໃຫຍ່ສຸດຂອງສະຫະພາບ ເອີລົບ, ແຕ່ກໍ່ຕ້ອງຖອດຖອນບົດຮຽນຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເພື່ອແກ້ໄຂບັນດາການປະທະກັນຢູ່ພາກພື້ນໂດຍໄວ. ນັກການທູດ ເຢຍລະມັນ ກໍ່ກ່າວເຕືອນ ເຢຍລະມັນ ແລະ ສະຫະພາບເອີລົບ ມີຄວາມສ່ຽງດ້ານເສດຖະກິດສູງ, ຖ້າຫາກຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ໄຕ້ຫວັນ (ຈີນ) ນັບມື້ນັບເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top